ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ກ່າວ ໃນວັນທີ 27 ມີນານີ້ວ່າ ການຕິດຕາມຕົວຜູ້ຂັບຂີ່ລົດກະບະ ອີຊຸູຊຸ ດີແມັກ ໝາຍເລກທະບຽນ ກບ 3248 ທີ່ເກີດເຫດຕໍາຜູ້ອະນາໄມສວນເຈົ້າຟ້າງຸ່ມເສຍຊີວິດ ແລະ ເອົາຕົວຫຼົບໜີ ມີຄວາມຄືບໜ້າຫຼາຍແລ້ວ. ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງນໍາຈັບຕົວຜູ້ກະທໍາຜິດຢ່າງຕໍ່ເນື່ອງ; ຄາດວ່າຈະສາມາດຈັບຕົວມາດໍາເນີນຄະດີໃນໄວໆນີ້.

ເຫດການດັ່ງກ່າວເກີດຂຶ້ນ ໃນເວລາປະມານ 5:30 ໂມງ ຂອງວັນທີ 24 ມີນາ 2018 ໂດຍມີລົດກະບະ ອີຊູຊຸ ດີແມັກ ໝາຍເລກທະບຽນ ກບ 3248 ກໍາແພງນະຄອນ ແລ່ນດ້ວຍຄວາມໄວສູງມາຈາກສະໜາມບິນສາກົນວັດໄຕ ມຸ່ງໜ້າມາທາງສີ່ແຍກໄຟອໍານາດກະຊວງແຜນການ ແລະ ການລົງທຶນ, ແຕ່ພໍມາຮອດສາມແຍກສວນເຈົ້າຟ້າງຸ່ມ, ລົດຄັນດັ່ງກ່າວ ໄດ້ເສຍຫຼັກແລ່ນເຂົ້າໃສ່ສວນເຈົ້າຟ້າງຸ່ມ ແລະ ໄປຕໍາເອົາ ນາງ ແພງ ອາຍຸ 18 ປີ ນັກຮຽນ ມໍ ປາຍ, ຢູ່ບ້ານພາງແຫ້ງ ເມືອງນາຊາຍທອງ ທີ່ມາຊ່ວຍແມ່ອະນາໄມຢູ່ສວນເຈົ້າຟ້າງຸ່ມ ເຮັດໃຫ້ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດໃຫຍ່ໄດ້ເອົາຕົວຫຼົບໜີ.

ເຈົ້່າໜ້າທີ່ກອງຄະດີອຸບັດຕິເຫດ ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ປັດຈຸບັນ, ຜູ້ກໍ່ເຫດຍັງບໍ່ທັນເຂົ້່າມອບຕົວຕໍ່ເຈົ້າໜ້າທີ່ເທື່ອ; ແຕ່ເຈົ້າໜ້າທີ່ຮູ້ຂໍ້ມູນຂອງຜູ້ກໍ່ເຫດແລ້ວ ແລະ ຄາດວ່າຈະຈັບຕົວໄດ້ໃນໄວໆນີ້. ພ້ອມດຽວກັນນີ້, ເຈົ້າໜ້າທີ່ຍັງແຈ້ງໃຫ້ຜູ້ກໍ່ເຫດໃຫ້ເຂົ້າມາມອບຕົວດ່ວນ ແລະ ສະແດງຄວາມຮັບຜິດຊອບຕໍ່ເຫດການດັ່ງກ່າວກ່ອນທີ່ເຈົ້າໜ້າທີ່ຈະນໍາຕົວທັນ ເພື່ອເປັນການຫຼຸດຜ່ອນໂທດຈາກໜັກເປັນເບົາ.

ກົດໝາຍອາຍາສະບັບປັບປຸງ ປີ 2005, ມາດຕາ 87 ວ່າດ້ວຍການຫຼົບໜີຈາກອຸບັດຕິເຫດລະບຸວ່າບຸກຄົນໃດຫາກໄດ້ເຮັດໃຫ້ອຸບັດຕິເຫດເກີດຂຶ້ນແລ້ວຫຼົບໜີຈະຖືກລົງໂທດຕັດອິດສະພາບແຕ່ຫົກເດືອນ ຫາ ສອງປີ… ຄວາມພະຍາຍາມກໍ່ການກະທໍາຜິດກໍຈະຖືກລົງໂທດ. ຖ້າຫາກອຸບັດຕິເຫດຢູ່ສ່ວນເຈົ້າຟ້າງຸ່ມຄັ້ງນີ້ ເປັນການລະເມີດກົດຈະລາຈອນ ແລະ ເຮັດໃຫ້ເກີດອຸບັດຕິເຫດເຖິງຂັ້ນມີຜູ້ເສຍຊີວິດ, ຜູ້ກະທໍາຜິດກໍຈະຖືກ ລົງໂທດຕັດອິດສະລະພາບແຕ່ຫ້າປີ ຫາ ສິບປີ ຕາມທີ່ລະບຸໄວ້ໃນວັກ 4 ມາດຕາ 86 ຂອງກົດໝາຍອາຍາ.