ການຂະຫຍາຍຕົວທາງດ້ານເສດຖະກິດ ລັດຖະບານໄດ້ຊຸກຍູ້ໃຫ້ບັນດາຫົວໜ້າການຜະລິດ, ອຸດສາຫະກໍາ ແລະ ບໍລິການທີ່ເປັນທ່າແຮງຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດໃຫ້ດີຂຶ້ນ. ອີງໃສ່ການຄິດໄລ່ GDP ຄາດຄະເນ 6 ເດືອນຕົ້ນປີ ເຊິ່ງຄິດໄລ່ເປັນໄຕມາດເຫັນວ່າ ເສດຖະກິດແຫ່ງຊາດ ຂະຫຍາຍຕົວໃນລະດັບບໍ່ຫຼຸດ 4,8%; ໃນນີ້, ໄຕມາດ I ຂະຫຍາຍຕົວ 4,8% ແລະ ໄຕມາດ II ຄາດວ່າຈະຂະຫຍາຍຕົວ 4,9% ຄິດໄລ່ເປັນມູນຄ່າຕາມລາຄາໃນປີ ເທົ່າກັບ 118.467 ຕື້ກີບ ເທົ່າກັບ 51% ຂອງແຜນການປີ ຕາມມະຕິຂອງສະພາແຫ່ງຊາດ ໝົດປີໃຫ້ບັນລຸ 4,5% ເທົ່າກັບ 234,169 ຕື້ກີບ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ  IX ໃນວັນທີ 26 ມິຖຸນາ 2023, ເປັນປະທານໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນຳພັກ-ລັດ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ ເຊິ່ງທ່ານນາຍົກໄດ້ລາຍງານວ່າ:

ການເກັບລາຍຮັບງົບປະມານ ໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ດ້ວຍການສຸມໃສ່ຫັນການເກັບລາຍຮັບເປັນທັນສະໄໝ ແລະ ອອກນິຕິກຳລຸ່ມກົດໝາຍຈຳນວນໜຶ່ງ, ສຸມໃສ່ສ້າງຖານອາກອນມູນຄ່າເພີ່ມໄດ້ 10.887 ຫົວໜ່ວຍ ໃນຈຳນວນທັງໝົດ 14.657 ຫົວໜ່ວຍ ໃນຂອບເຂດທົ່ວປະເທດ ກວມເອົາ 74%, ໄດ້ຊຸກຍູ້ ແລະ ບັງຄັບໃຫ້ຫົວໜ່ວຍທຸລະກິດ ຖືບັນຊີໃນຂອບເຂດໄດ້ 14.283 ຫົວໜ່ວຍ.

ໄດ້ສຸມໃສ່ຊຸກຍູ້ ແລະ ຕິດຕາມ ການເກັບລາຍຮັບຈາກຫົວໜ່ວຍລາຍຮັບໃຫຍ່ທີ່ມີແລ້ວ ໄດ້ເພີ່ມຂຶ້ນ ຢ່າງເຊັ່ນ:

  • ເກັບລາຍຮັບຈາກບໍລິສັດ ພູເບ້ຍ ມາຍນິ້ງ ໄດ້ 364 ຕື້ກີບ ເພີ່ມຂຶ້ນ 463% ຫຼື ເພີ່ມຂຶ້ນ 299 ຕື້ກີບ ທຽບໃສ່ປີຜ່ານມາ
  • ບໍລິສັດ ລ້ານຊ້າງ ມີເນໂຣ ໄດ້ 460 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 59% ຫຼື ເປັນເງິນ 195 ຕື້ກີບ
  • ບໍລິສັດ ແຮ່ເຫຼັກໂກອີໂກ ຈຳກັດ ຜູ້ດຽວ ໄດ້ 191 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 435% ຫຼື ເປັນເງິນ 155 ຕື້ກີບ
  • ບໍລິສັດ ເທີນຫີນບູນ ພາວເວີ ຈຳກັດ ໄດ້ 276 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 21% ຫຼື ເປັນເງິນ 48 ຕື້ກີບ
  • ບໍລິສັດ ຖືຮຸ້ນລາວ ໄດ້ 121 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 751% ຫຼື ເປັນເງິນ 107 ຕື້ກີບ

ໄດ້ມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ 101 ຫົວໜ່ວຍ ໃຫ້ 9 ແຂວງເປັນຜູ້ເກັບ ເຊິ່ງຜ່ານການຈັດຕັ້ງປະຕິບັດເຫັນວ່າ ມີ 5 ແຂວງ ທີ່ກວມເອົາ 69 ຫົວໜ່ວຍ ສາມາດເກັບໄດ້ເກີນດູນ ແລະ ເກັບໄດ້ເພີ່ມຂຶ້ນເຖິງ 41% ທຽບໃສ່ປີຜ່ານມາ; ການເຮັດທົດລອງແຮ່ທາດ ສາມາດສ້າງລາຍຮັບທີ່ເປັນຄ່າຊື້ສິດສຳປະທານ, ຄ່າຊັບພະຍາກອນທຳມະຊາດລ່ວງໜ້າ ແລະ ລາຍຮັບຈາກການສົ່ງອອກແຮ່ທາດ ໄດ້ເປັນເງິນກີບ 105 ຕື້ກີບ ແລະ ເປັນເງິນໂດລາໄດ້ 48,71 ລ້ານໂດລາ.

ນອກຈາກນັ້ນ, ຍັງໄດ້ທົດລອງປະຕິບັດ ໂຄງການຂຸດຄົ້ນ Bilton ແລະ ຊື້-ຂາຍເງິນຄຣິບໂຕ ສາມາດສ້າງລາຍຮັບເປັນເງິນກີບ 5,7 ຕື້ກີບ ແລະ ເປັນເງິນໂດລາ 26,5 ລ້ານໂດລາ, ມູນຄ່າການຊົມໃຊ້ໄຟຟ້າ ເປັນຈຳນວນ 195,5 ລ້ານໂດລາ ສາມາດແກ້ໄຂບັນຫາກະແສໄຟຟ້າເຫຼືອ ໃນບາງບ່ອນ.

ສະນັ້ນ, ຈຶ່ງເຮັດໃຫ້ການເກັບລາຍຮັບງົບປະມານ ມາຮອດເດືອນພຶດສະພາ 2023 ບັນລຸໄດ້ 15.155 ຕື້ກີບ ຫຼື ປະມານ 39% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 41% ຫຼື ເປັນເງິນ 4.495 ຕື້ກີບ. ໃນນັ້ນ, ພົ້ນເດັ່ນແມ່ນ ລາຍຮັບພາຍໃນ ສາມາດບັນລຸໄດ້ 11.848 ຕື້ກີບ ເທົ່າກັບ 43% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຄາດຄະເນລາຍຮັບ 6 ເດືອນ ຈະປະຕິບັດໄດ້ປະມານ 18.424 ຕື້ກີບ ເທົ່າກັບ 48%; ໃນນີ້, ພົ້ນເດັ່ນ ມາຮອດເດືອນພຶດສະພາ ມີ 9 ແຂວງ ສາມາດເກັບລາຍຮັບໄດ້ເກີນ 50% ແລ້ວ.

ຄຽງຄູ່ກັນນັ້ນ, ການປະຕິບັດລາຍຈ່າຍງົບປະມານຂອງລັດຖະບານ ຍັງສາມາດປະຕິບັດໄປຕາມແຜນການ ແລະ ຮັບປະກັນການເບີກຈ່າຍທີ່ຈໍາເປັນໄດ້ ຕາມປົກກະຕິ ເປັນຕົ້ນແມ່ນ ເງິນເດືອນ, ເງິນນະໂຍບາຍ, ການຊຳລະໜີ້ສິນພາຍໃນ, ຕ່າງປະເທດ ແລະ ອື່ນໆ.

ເຊິ່ງລາຍຈ່າຍງົບປະມານ ມາຮອດເດືອນພຶດສະພາ ສາມາດບັນລຸໄດ້ 10,905 ຕື້ກີບ ເທົ່າກັບ 25% ຂອງແຜນການປີ, ລາຍຈ່າຍຕົ້ນຕໍ ແມ່ນສຸມໃສ່ການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນ ເຊິ່ງເກືອບ 100% ແມ່ນສາມາດເບີກຈ່າຍໄດ້ບໍ່ກາຍວັນທີ 25 ຂອງທຸກໆເດືອນ (ຍົກເວັ້ນ 2 ກໍາລັງ) ແລະ ສຸມໃສ່ຈ່າຍຊຳລະໜີ້ສິນຕ່າງປະເທດຕາມສັນຍາ. ພ້ອມກັນນັ້ນ, ກໍໄດ້ມີກົນໄກໃຫ້ບັນດາແຂວງ ປະຕິບັດເງິນເກີນແຜນປີ 2022 ໂດຍໃຫ້ແຂວງສາມາດນຳໃຊ້ 80% ເພື່ອແກ້ໄຂໜີ້ສິນ ແລະ ກະຕຸ້ນເສດຖະກິດໃນລະດູຝົນ.