ກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດຝຶກອົບຮົມ ວຽກງານປະກັນສັງຄົມ ຊຸດທີ I ໃຫ້ພະນັກງານວິຊາການ ອ້ອມຂ້າງ ກະຊວງ ປກສ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 26 ມິຖຸນາ 2023, ເປັນປະທານໂດຍ ພັອ ນາງ ວັດຊະລີ ສິດທິລືໄຊ ຫົວໜ້າກົມປະກັນສັງຄົມ, ມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຄະນະພັກ-ຄະນະກົມ, ນັກວິທະນາກອນ ແລະ ນັກສໍາມະນາກອນ 43 ສະຫາຍ ເຂົ້າຮ່ວມ.

+ ພັອ ນາງ ວັດຊະລີ ສິດທິລືໄຊ ກ່າວວ່າ:

ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານທີ່ຮັບຜິດຊອບ ວຽກງານປະກັນສັງຄົມ ທັງເປັນການປັບປຸງ ວຽກງານປະກັນສັງຄົມ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເປັນເອກະພາບ ພ້ອມທັງຮັບປະກັນຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ.

+ ສໍາລັບເນື້ອໃນທີ່ນໍາມາຝຶກອົບຮົມ ມີຄື:

  • ຄໍາແນະນໍາຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ) ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 6/ປກສ, ລົງວັນທີ 2 ມີນາ 2022
  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການປະກັນສຸຂະພາບ ຕາມລະບົບປະກັນສັງຄົມ ສະບັບເລກທີ 1514/ປກສ, ວັນທີ 6 ກັນຍາ 2022
  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກົມປະກັນສັງຄົມ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 1273/ປກສ, ລົງວັນທີ 23 ກໍລະກົດ 2021
  • ຄໍາແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ການປະກັນສຸຂະພາບ ຕາມລະບົບປະກັນສັງຄົມ ສະບັບເລກທີ 4777/ກມປສ, ລົງວັນທີ 18 ພະຈິກ 2022
  • ຄຳແນະນຳເພີ່ມເຕີມຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ເລື່ອງການຈັດຕັ້ງປະຕິບັດຄຳແນະນໍາ ວ່າດ້ວຍ ການປະກັນສຸຂະພາບ ຕາມລະບົບປະກັນສັງຄົມ ສະບັບເລກທີ 5138/ກມປສ, ລົງວັນທີ 19 ທັນວາ 2022
  • ຄໍາແນະນໍາຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ກ່ຽວກັບ ການຂຶ້ນທະບຽນ, ການອອກບັດປະກັນສັງຄົມ ແລະ ການຄຸ້ມຄອງສະມາຊິກປະກັນສັງຄົມ ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 1265/ກມປສ, ລົງວັນທີ 4 ເມສາ 2022
  • ວຽກງານອຸດໜູນບຳນານ ແລະ ເສຍອົງຄະ, ວຽກງານຄົ້ນຄວ້າການອຸດໜູນ ແລະ ປະກັນສຸຂະພາບ
  • ວຽກງານການຄຸ້ມຄອງກອງທຶນປະກັນສັງຄົມ ແລະ ວຽກງານຂໍ້ມູນ, ເທັກໂນໂລຊີ ແລະ ທະບຽນ

ໂອກາດດັ່ງກ່າວ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ຮຽກຮ້ອງມາຍັງບັນດາສະຫາຍຄະນະຮັບຜິດຊອບ, ຄູຝຶກ ແລະ ນັກສຳມະນາກອນ ທີ່ເຂົ້າຮ່ວມທັງໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນແລະກັນ, ກ້າວໄປເຖິງຄວາມເປັນເອກະພາບ ໃນດ້ານຄວາມຮັບຮູ້, ເຂົ້າໃຈ ແລະ ການປະຕິບັດຕົວຈິງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຢູ່ກົມກອງທ້ອງຖິ່ນຂອງຕົນ ໃຫ້ມີຜົນສຳເລັດສູງກວ່າເກົ່າ.