ໃນວັນທີ 26 ມິຖຸນາ 2023, ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຄື່ອນໄຫວເຮັດວຽກງານ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫົວພັນ, ນໍາພາໂດຍ ພັທ ສົມຫວັງ ນະວົງສິນ ຫົວໜ້າພະແນກບໍລິຫານ-ສັງລວມ ກົມສື່ມວນຊົນ ປກສ ພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ພັທ ສົມຫວົງ ນະວົງສິນ ໄດ້ລາຍງານໃຫ້ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ຮັບຊາບວ່າ:

ການລົງມາເຄື່ອນໄຫວເຮັດວຽກ ຢູ່ແຂວງຫົວພັນ ໃນຄັ້ງນີ້ ກໍເພື່ອລົງເກັບກຳຂໍ້ມູນ ຜົນງານການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫົວພັນ ເພື່ອນໍາມາໂຄສະນາເຜີຍແຜ່ທາງໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ ແລະ ສື່ອອນລາຍຂອງ ກະຊວງ ປ້ອງກັນຄວາມສະຫງົບ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.

ນອກນັ້ນ, ຍັງເປັນການຕິດຕາມ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ຂອງແຂວງ ໃຫ້ບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ກຳນົດເວລາທີ່ວາງໄວ້ທັງຮັບປະກັນດ້ານເນື້ອໃນຄົບຖ້ວນ, ສອດຄ່ອງກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ ໂດຍປະຕິບັດໄປຕາມ 3 ຫຼັກການ ຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ຫົວພັນ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ພາຍໃນແຂວງຫົວພັນ ໂດຍຫຍໍ້ ຕໍ່ກັບຜົນງານທີ່ເຮັດໄດ້ ໃນໄລຍະຜ່ານມາ, ພ້ອມທັງອວຍພອນໃຫ້ທີມງານຈາກກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ຈົ່ງເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຈາກການຈັດຕັ້ງຂັ້ນເທິງ.