ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2023, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ຕ້ອນຮັບ ພະນະທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຢ່າງສົມກຽດ ທີ່ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 26-27 ມິຖຸນາ.

ໃນໂອກາດນີ້, ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນຂັ້ນສູງຂອງມາເລເຊຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນຂີດໝາຍອັນສຳຄັນອີກບາດກ້າວໜຶ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໄດ້ຮັບການຜັນຂະຫຍາຍຂຶ້ນສູ່ບາດກ້າວອັນໃໝ່ ກໍຄື ຮັກສາການພົບປະແລກປ່ຽນລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ.

ໃນກອງປະຊຸມພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫຼອດໄລຍະ 57 ປີຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເຂົ້າສູ່ລວງກວ້າງ ແລະ ລວງເລິກ ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ ລະຫວ່າງ ການນຳຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານເສດຖະກິດ ເປັນຕົ້ນ ດ້ານການຄ້າ-ການລົງທຶນຂອງສອງປະເທດ ລາວ-ມາເລເຊຍ ທີ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ; ເຊິ່ງໃນປີ 2022, ສາມາດບັນລຸໄດ້ 241,7 ລ້ານໂດລາສະຫະລັດ ຫຼື ເພີ່ມຂຶ້ນ 68,65% (ປີ 2021 ມີມູນຄ່າ 75,78 ລ້ານໂດລາສະຫະລັດ).

ຄຽງຄູ່ກັນນີ້, ສອງຝ່າຍ ເຫັນວ່າ ເງື່ອນໄຂ ແລະ ຄວາມສາມາດໃນການສົ່ງເສີມການຮ່ວມມືທາງດ້ານການຄ້າລະຫວ່າງກັນ ຍັງມີຫຼາຍທ່າແຮງ ໂດຍສະເພາະ ການສົ່ງເສີມການຜະລິດເປັນສິນຄ້າ, ການເຊື່ອມໂຍງການຄ້າກັບປະເທດທີ 3 ແລະ ພາກພື້ນອື່ນໆ, ເຊິ່ງ ມາເລເຊຍ ມີຕະຫຼາດທີ່ກວ້າງຂວາງ ແລະ ສາມາດເປັນທ່າແຮງໃນການຊ່ວຍສະໜັບສະໜູນຂະບວນການຕ່າງໆ ໃຫ້ຂັບເຄື່ອນໄປຢ່າງມີປະສິດທີຜົນ.

ປັດຈຸບັນ, ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ມີ 46 ໂຄງການ, ລວມມູນຄ່າ 924 ລ້ານໂດລາສະຫະລັດ ກວມເອົາຫຼາຍຂະແໜງການ ເປັນຕົ້ນ ພະລັງງານໄຟຟ້າ, ອຸດສາຫະກຳປຸງແຕ່ງໄມ້, ການກໍ່ສ້າງ, ການເງິນ ແລະ ທະນາຄານ, ການບໍລິການໂຮງແຮມ, ບໍ່ແຮ່ ແລະ ກະສິກໍາ, ເຊິ່ງໄດ້ຖືກຈັດເປັນອັນດັບ 5 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ.

ພ້ອມນີ້້, ສອງຝ່າຍກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານພະລັງງານ ໂດຍໄດ້ມີການຮ່ວມມືທາງດ້ານພະລັງງານທົດແທນທີ່ສະອາດ, ເຊິ່ງເປັນຂະແໜງການຕົ້ນຕໍຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ມາເລເຊຍ. ໃນນີ້, ຝ່າຍລາວ ໄດ້ສະເໜີໃຫ້ສືບຕໍ່ປຶກສາຫາລື ເພື່ອຍົກລະດັບກຳລັງການຊື້-ຂາຍພະລັງງານໄຟຟ້າ ຈາກ 300mw ຂຶ້ນເປັນ 500mw ໃນຕໍ່ໜ້າ.

ລັດຖະບານມາເລເຊຍ ຍັງໄດ້ໃຫ້ການຊ່ວຍເຫຼືອ ດ້ານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໂດຍຜ່ານໂຄງການຮ່ວມມືດ້ານວິຊາການຂອງມາເລເຊຍ, ເຊິ່ງນັບແຕ່ປີ 1991-2023 ໄດ້ສະໜອງທຶນການສຶກສາທັງໝົດ 1.690 ທຶນ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສໍາຄັນໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ.

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ໃຫ້ມີ ການພົບປະແລກປ່ຽນຂອງການນຳຂັ້ນສູງພັກ-ລັດ ຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ໄດ້ລົງນາມແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງຂຶ້ນ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ.

ເຊິ່ງປັດຈຸບັນ ສອງຝ່າຍແມ່ນພວມກະກຽມເປີດຄືນໃໝ່ຖ້ຽວບິນປົກກະຕິ ຈາກກົວລາລຳເປີ – ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມີການພົວພັນໄປມາຫາສູ່ກັນຫຼາຍຂຶ້ນ, ເຊິ່ງຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້ປີທ່ອງທ່ຽວລາວ 2024 ໃຫ້ຟົດຟື້ນຍິ່ງຂຶ້ນ.

ພ້ອມທັງເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງຍິ່ງຂຶ້ນ ໃນຂະແໜງຕ່າງໆ ເຊັ່ນ: ພະລັງງານໄຟຟ້າ, ການເງິນ ແລະ ທະນາຄານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບປະກັນໄດ້ຄວາມປອດໄພທາງໄຊເບີ, ດ້ານກະສິກຳ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ການຮ່ວມມືດ້ານອາຫານຮາລານ ຢູ່ ສປປ ລາວ, ການຮ່ວມມືລະຫວ່າງ ມະຫາວິທະຍາໄລຂອງສອງປະເທດ ລາວ-ມາເລເຊຍ ແລະ ອື່ນໆ.

ສອງຝ່າຍໄດ້ຢືນຢັນສືບຕໍ່ໃຫ້ການຮ່ວມມືສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນເອງ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫຼືອອັນລ້ຳຄ່າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໃນໄລຍະທີ່ມີການແພ່ລະບາດຢູ່  ສປປ ລາວ ເຊັ່ນ: ການສະໜອງວັກແຊັງ, ອຸປະກອນການແພດ ແລະ ການສົ່ງຊ່ຽວຊານມາຊ່ວຍເຫຼືອ ສປປ ລາວ ຢ່າງທັນການ ແລະ ຫວັງຢ່າງຍິ່ງວ່າ ມາເລເຊຍ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕື່ມອີກໃນຕໍ່ໜ້າ ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ໃນຂະນະດຽວກັນ, ຝ່າຍມາເລເຊຍ ຍິນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ປະສານສົມທົບກັບ ຝ່າຍລາວ ຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກຕ່າງໆ ໃຫ້ມີປະສິດທິຜົນສູງສຸດ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ-ມາເລເຊຍ, ມາເລເຊຍ-ລາວ.

ພາຍຫຼັງສຳເລັດພິທີພົບປະທາງການ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມາເລເຊຍ ກໍໄດ້ເຂົ້າຮ່ວມເປັນສັກຂີພະຍານ ການລົງນາມເອກະສານຮ່ວມມືນຳກັນ ຈໍານວນ 2 ສະບັບ ຄື:

  1. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານລົດໄຟ
  2. ບົດບັນທຶກການຮ່ວມມືລະຫວ່າງ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ກຸ່ມບໍລິສັດ Mutiara Perlis Sdn Bhd (MPSB)

ພ້ອມທັງເປັນສັກຂີພະຍານ ການແລກປ່ຽນເອກະສານຮ່ວມມືທີ່ໄດ້ສຳເລັດການລົງນາມແລ້ວ ຈຳນວນ 2 ສະບັບ ຄື:

  1. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານພະລັງງານ
  2. ໜັງສືແຈ້ງເຈດຈຳນົງ ວ່າດ້ວຍ ການຮ່ວມມືສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ດ້ານພະລັງງານ ໃນ ສປປ ລາວ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ TNB Power Generation

ຫຼັງຈາກນັ້ນ, ສອງຝ່າຍກໍໄດ້ຮ່ວມກັນຖະແຫຼງຂ່າວຕໍ່ບັນດາສື່ມວນຊົນລາວ ແລະ ມາເລເຊຍ ກ່ຽວກັບ ຜົນສຳເລັດຂອງການພົບປະຄັ້ງນີ້, ເຊິ່ງຈະເປັນພື້ນຖານສຳຄັນໃຫ້ແກ່ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເປັນຮູບປະທໍາຍິ່ງຂຶ້ນ, ແນໃສ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ກ້າວສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ.