ກົມນະໂຍບາຍ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດຝຶກອົບຮົມວຽກງານນະໂຍບາຍ ພາຍໃນກຳລັງປ້ອງກັນຄວາມສະຫງົບ ທົ່ວປະເທດ ຄັ້ງທີ I, ເຂົ້າຮ່ວມເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ພັອ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ແລະ ນັກສຳມະນາກອນ ຈຳນວນ 48 ສະຫາຍ ມາຈາກບັນດາກົມໃຫຍ່, ຫ້ອງວ່າການ ກະຊວງ, ກົມ, ກອງບັນຊາການ, ວິທະຍາຄານ, ປກສ ນະຄອນຫຼວງ ແລະ ປກສ ແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

+ ພັທ ຄໍາຫຼ້າ ອິນທະວົງ ຮອງຫົວໜ້າກົມນະໂຍບາຍ ກ່າວວ່າ:

ການຝຶກອົບຮົມ ຈະດໍາເນີນເປັນເວລາ 4 ວັນ ຈຶ່ງສໍາເລັດ, ເຊິ່ງການຝຶກອົບຮົມຄັ້ງນີ້ ບັນດານັກສໍາມະນາກອນ ຈະໄດ້ສຸມໃສ່ຄົ້ນຄວ້າເຊື່ອມຊຶມບັນເນື້ອໃນເອກະສານທີ່ກ່ຽວພັນ ຄື:

  • ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມນະໂຍບາຍ
  • ຂໍ້ຕົກລົງ ວ່າດ້ວຍ ການປະຕິບັດນະໂຍບາຍຕໍ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ
  • ຄໍາແນະນໍາ ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ການປະຕິບັດນະໂຍບາຍຕໍ່ກຳລັງປ້ອງກັນຄວາມສະຫງົບ
  • ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການແຂ່ງຂັນ ແລະ ຍ້ອງຍໍ ສະບັບເລກ ທີ 116/ລບ, ລົງວັນທີ 22 ເມສາ 2019
  • ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍ ການແຂ່ງຂັນ-ຍ້ອງຍໍ ສະບັບເລກທີ 01/ພນ
  • ຄຳສັ່ງແນະນຳຂອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍ ການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ, ຂໍ້ແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາຂອງກຳລັງປ້ອງກັນຄວາມສະຫງົບ
  • ແຈ້ງການຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບ ການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ
  • ຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າຄັດເລືອກ ການປະຕິບັດນະໂຍບາຍຍ້ອງຍໍ ແລະ ກົດໝາຍ ວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ)
  • ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ປະກັນສັງຄົມ (ສະບັບປັບປຸງ)

ໂອກາດດັ່ງກ່າວ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ຮຽກຮ້ອງໃຫ້ ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກສຳມະນາກອນທີ່ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄຳຄິດເຫັນແລກປ່ຽນບົດຮຽນເຊິ່ງກັນແລະກັນ ກ້າວ ໄປເຖິງຄວາມເປັນເອກະພາບໃນດ້ານຄວາມຮັບຮູ້ເຂົ້າໃຈ ແລະ ການປະຕິບັດຕົວຈິງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຢູ່ກົມກອງທ້ອງຖິ່ນຂອງຕົນ ໃຫ້ມີຜົນສຳເລັດສູງກວ່າເກົ່າ.