ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ແລະ ບັນຫາສົນໃຈຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ ສສຊ ໃນຫຼາຍບັນຫາສຳຄັນ ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນານີ້, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານກ່າວວ່າ: ກະຊວງການເງິນ ສຸມໃສ່ການຫັນເປັນທັນສະໄໝ ເພື່ອຮັບປະກັນການຈັດເກັບລາຍຮັບໃຫ້ລວມສູນ ຖືກຕ້ອງ, ຊັດເຈນ, ມີຄວາມໂປ່ງໃສ ເຊິ່ງບາງຕົວຊີ້ວັດເຮັດໄດ້ຕາມຄາດໝາຍທີ່ໄດ້ກຳນົດໃນມະຕິຂອງສະພາແຫ່ງຊາດ, ບາງຕົວຊີ້ວັດເຮັດໄດ້ເຄິ່ງໜຶ່ງ ເຊິ່ງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ໃນ 6 ເດືອນທ້າຍປີນີ້ ເພື່ອຮັບປະກັນການຈັດເກັບລາຍຮັບໃຫ້ລວມສູນ ຖືກຕ້ອງ, ຊັດເຈນ.

ກະຊວງການເງິນ ໄດ້ມີຄວາມພະຍາຍາມໃນການຫັນເປັນທັນສະໄໝ ເພື່ອໃຫ້ມີຄວາມໂປ່ງໃສ ແຕ່ສິ່ງທີ່ທ້າທາຍແມ່ນເລື່ອງການຫັນເປັນທັນສະໄໝ ຖືເປັນວຽກບູລິມະສິດຕ້ອງໄດ້ສຸມໃສ່ ໂດຍສະເພາະ ການເຊື່ອມຕໍ່ລະບົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ການເກັບພາສີທີ່ດິນ ຜ່ານລະບົບທັນສະໄໝ, ການຂະຫຍາຍຖານອາກອນມູນຄ່າເພີ່ມ ໃນການລົງທຶນ.

ຕໍ່ບັນຫາດັ່ງກ່າວ, ພວກເຮົາຈະໄດ້ສືບຕໍ່ເຮັດໃຫ້ສຳເລັດ ພ້ອມກັນນີ້ຍັງໄດ້ສ້າງຖານຂໍ້ມູນ ເພື່ອເຊື່ອມຕໍ່ກັບລະບົບຂອງທະນາຄານ. ນອກຈາກນັ້ນ, ຍັງໄດ້ຍົກລະດັບລະບົບການແຈ້ງພາສີຜ່ານປະຕູດຽວແຫ່ງຊາດ ໃຫ້ເປັນລະບົບທີ່ທັນສະໄໝກວ່າເກົ່າ ເພື່ອຮອງຮັບການແຈ້ງພາສີແບບອອນລາຍ ຖ້ານໍາໃຊ້ລະບົບນີ້ຈະເຮັດໃຫ້ມີຄວາມສະດວກຫຼາຍຂຶ້ນ. ສິ່ງສຳຄັນຈະໄດ້ມີການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຕື່ມ ໂດຍສະເພາະ ການເຊື່ອມຕໍ່ເຕັກນິກດ້ານຂໍ້ມູນ ເພື່ອສະດວກໃນການຈັດເກັບລາຍຮັບ.

ກະຊວງການເງິນ ໄດ້ມີການຄົ້ນຄວ້າ ກົດໝາຍ ວ່າດ້ວຍ ອາກອນທີ່ດິນ ເຊິ່ງອາກອນທີ່ດິນນີ້ຈະເປັນເງື່ອນໄຂໜຶ່ງທີ່ເຮັດໃຫ້ລາຍຮັບຂອງພວກເຮົາເພີ່ມຂຶ້ນ; ຜ່ານມາ, ອັດຕາການເກັບລາຍຮັບພາສີທີ່ດິນ ເປັນແບບເດັດຖານ. ສະນັ້ນ, ໃນຈຸດນີ້ຈະໄດ້ກຳນົດເປັນອັດຕາທຽບຖານ ເຊິ່ງຈະມີຄວາມສອດຄ່ອງໃກ້ຄຽງກັບຕົວຈິງຫຼາຍຂຶ້ນ.

ປັດຈຸບັນ, ກຳລັງຢູ່ໃນຂັ້ນຕອນພິຈາລະນາກົນໄກດັ່ງກ່າວ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ, ສຳຄັນໃນຈຸດນີ້ ພວກເຮົາຕ້ອງເລັ່ງຂະຫຍາຍຖານອາກອນມູນຄ່າເພີ່ມ ສືບຕໍ່ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ຕ້ອງໄດ້ຖືບັນຊີເຂົ້າໃນລະບົບໃຫ້ກວມເອົາອັດຕາ 60% ຂອງຫົວໜ່ວຍທີ່ມີເງື່ອນໄຂຕາມມະຕິສະພາ ພ້ອມທັງເຊື່ອມຕໍ່ຖານຂໍ້ມູນກັບການສຳປະທານ, ການຂຸດຄົ້ນແຮ່ທາດ ຈາກບັນດາຂະແໜງການທີ່ກ່ຽວຂ້ອງທີ່ເປັນຖານລາຍຮັບໃຫ້ແກ່ພວກເຮົາ ພ້ອມນີ້ປັບປຸງອັດຕາອາກອນ, ປັບປຸງອາກອນຊົມໃຊ້ ທີ່ມີລັກສະນະຟຸ່ມເຟືອຍເພີ່ມຕື່ມ ແລະ ອື່ນໆ ທີ່ມີຄວາມຈຳເປັນເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍ, ການຫັນເປັນທັນສະໄໝ ຖືເປັນສິ່ງທ້າທາຍທາງເບື້ອງຜູ້ປະກອບການ, ເຈົ້າໜ້າທີ່ຕ່າງໆຈຳນວນໜຶ່ງ ບໍ່ໃຫ້ຄວາມຮ່ວມມື ພ້ອມທັງມີການຫຼົບຫຼີກ ເຊິ່ງເປັນຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ຖ້າຫັນເຂົ້າສູ່ລະບົບທັນສະໄໝ ຈະເຮັດໃຫ້ມີຄວາມໂປ່ງໃສ, ຮັດກຸມ ແລະ ສາມາດຮັບປະກັນໃນການຈັດເກັບລາຍຮັບໄດ້ເປັນຢ່າງດີ.

ສຳລັບທິດທາງແກ້ໄຂໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ ທີ່ດິນຂະຫຍາຍຖານອາກອນມູນຄ່າເພີ່ມ, ອອກເລກບັດປະຈຳຕົວຜູ້ເສຍອາກອນ ມີລາຍໄດ້ປະກອບອາຊີບໃຫ້ຫຼາຍຂຶ້ນ. ຕໍ່ບັນຫາພົ້ນເດັ່ນ ເພື່ອໃຫ້ລັດຖະບານເລັ່ງແກ້ໄຂ ເຊັ່ນ: ບັນຫາໄພເງິນເຟີ້ ແລະ ຄ່າແຮງງານລາວ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນທ່າມກາງໄລຍະເສດຖະກິດຫຍຸ້ງຍາກ.