ໃນຕອນເຊົ້າວັນທີ 28 ມິຖຸນາ 2023 ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ບໍລິສັດ ບູຢອງລາວ ຈຳກັດ ສະໝັກໃຈມອບລົດເມຊ່ວຍເຫຼືອລ້າໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ ຈຳນວນ 600 ຄັນ.

ຕາງໜ້າລັດຖະບານແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າ ຫສນຍ ແລະ ຕາງໜ້າ ບໍລິສັດ ບູຢອງລາວ ຈຳກັດ ລົງນາມໂດຍ ທ່ານ ລີ ຈຸງ ກືນ (LEE JOONG  KEUN) ປະທານບໍລິສັດ ບູຢອງລາວ ຈຳກັດ, ໂດຍມີບັນດາທ່ານຮອງລັດຖະມົນຕີ, ພະນັກງານກະຊວງ-ອົງການ ແລະ ບໍລິສັດທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ເນື້ອໃນບົດບັນທຶກດັ່ງກ່າວ, ບໍລິສັດ ບູຢອງລາວ ຈໍາກັດ ສະໝັກໃຈມອບລົດເມ (ຂະໜາດ 22 ບ່ອນນັ່ງ) ຊ່ວຍເຫຼືອລ້າ ຈໍານວນ 600 ຄັນ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ເພື່ອປັບປຸງລະບົບການຂົນສົ່ງສາທາລະນະໃຫ້ມີປະສິດທິພາບ ແລະ ນັບມື້ນັບດີຂຶ້ນ, ຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ, ປະຢັດພະລັງງານເຊື້ອໄຟ, ຫຼຸດຜ່ອນບັນຫາລົດຕິດ, ແກ້ໄຂສະພາບການສັນຈອນແອອັດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.

ສຳລັບແຜນການມອບລົດດັ່ງກ່າວ ແມ່ນຈະມອບຈໍານວນ 400 ຄັນ ພາຍໃນປີ 2023 ແລະ ມອບສ່ວນທີ່ເຫຼືອ ຈໍານວນ 200 ຄັນ ພາຍໃນປີ 2024. ພ້ອມກັນນັ້ນ, ບໍລິສັດ ບູຢອງລາວ ຈຳກັດ ຍັງຮັບປະກັນສ້ອມແປງລົດດັ່ງກ່າວ ຕາມທີ່ບໍລິສັດຜະລິດລົດເມໄດ້ກໍານົດ (3 ປີ ຫຼື ແລ່ນໄດ້ 200.000 ກິໂລແມັດ).

ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຕາງໜ້າ ລັດຖະບານແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ບໍລິສັດ ບູຢອງລາວ ຈຳກັດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອລົດດັ່ງກ່າວ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນລາວ ໃນຄັ້ງນີ້, ເຊິ່ງ ຫສນຍ ຈະສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ສ້າງແຜນແຈກຢາຍລົດດັ່ງກ່າວ ໃຫ້ຖືກເປົ້າໝາຍ, ເອົາໃຈໃສ່ຄຸ້ມຄອງນຳໃຊ້ໃຫ້ຍາວນານ ແລະ ເກີດປະໂຫຍດສູງສຸດຕໍ່ປະເທດຊາດ ແລະ ປະຊາຊົນລາວ; ຈະສືບຕໍ່ພົວພັນຮ່ວມມືກັບ ບໍລິສັດ ບູຢອງລາວ ຈຳກັດ ເພື່ອເປັນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືສະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ແໜ້ນແຟ້ນ ແລະ ເກີດດອກອອກຜົນຫຼາຍຂຶ້ນເປັນກ້າວໆ.