ໃນວັນທີ 27 ມິຖຸນາ 2023, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການ ແລະ ກົມຮ່ວມມືສາກົນ ກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຊາຣາ ເຊັກເກນເນສ (Sara Sekkenes) ຜູ້ປະສານງານ ອົງການສະຫະປະຊາຊາດ (UN) ເພື່ອເຂົ້າຂ່ຳນັບອຳລາ ທ່ານລັດຖະມົນຕີ ກະຊວງຍຸຕິທຳ ພາຍຫຼັງທີ່ໄດ້ສິ້ນສຸດພາລະກິດການປະຕິບັດໜ້າທີ່ ແລະ ເຮັດວຽກຢູ່ ສປປ ລາວ ເປັນໄລຍະເວລາ 5 ປີ.

ທ່ານລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ຕະຫຼອດໄລຍະເວລາ 5 ປີ ໃນການປະກອບສ່ວນໃຫ້ການສະໜັບສະໜູນຂອງອົງການ UN ຕໍ່ ສປປ ລາວ ໂດຍສະເພາະກໍຄື ການຊ່ວຍເຫຼືອທາງດ້ານງົບປະມານ ແລະ ບຸກຄະລາກອນ ເຂົ້າໃນການພັດທະນາບຸກຄະລາກອນຂອງຂະແໜງການຍຸຕິທຳ ໄລຍະຜ່ານມາ ໂດຍຜ່ານໂຄງການສະໜັບສະໜູນທາງດ້ານວິທະຍາສາດ ເພື່ອຄວາມເຂັ້ມແຂງ ໃຫ້ແກ່ການປົກຄອງລັດດ້ານກົດໝາຍຢູ່ ສປປ ລາວ ຫຼື 3S-ROL (2018-2021) ທີ່ໄດ້ຈັດຕັ້ງປະຕິບັດສໍາເລັດຜ່ານມາແລ້ວ ແລະ ໂຄງການທະນາຍຄວາມ (2022-2025) ທີ່ພວມຢູ່ໃນໄລຍະຂອງການຈັດຕັ້ງປະຕິບັດໂຄງການ.

ຫວັງຢ່າງຍິ່ງວ່າ ການຮ່ວມມືລະຫວ່າງ ກະຊວງຍຸຕິທໍາ ແລະ ອົງການ UN ຈະໄດ້ຮັບການຊ່ວຍເຫຼືອ ແລະ ການພົວພັນຮ່ວມມືເຊິ່ງກັນແລະກັນໃນຕໍ່ໜ້າ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ ແລະ ສາມາດບັນລຸການຈັດຕັ້ງປະຕິບັດແຜນງົບປະມານ ໃຫ້ເປັນໄປຕາມບົດບັນທຶກການຮ່ວມມືນໍາກັນ ເພື່ອໃຫ້ມີປະສິດທິພາບສູງສຸດ.

ຄຽງຄູ່ກັນນັ້ນ, ທ່ານ ນາງ ຊາຣາ ເຊັກເກນເນສ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນມາຍັງ ກະຊວງຍຸຕິທຳ ທີ່ໄດ້ໃຫ້ການຮ່ວມມື ແລະ ເອື້ອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ ຕະຫຼອດໄລຍະ 5 ປີ ຂອງການປະຕິບັດວຽກງານ ແລະ ປະຈຳການຢູ່ ສປປ ລາວ ເປັນຢ່າງດີ ແລະ ຫວັງວ່າຈະໄດ້ສືບຕໍ່ຮັດແໜ້ນການຮ່ວມມືຕໍ່ໄປ.