ນັບແຕ່ຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ເດືອນກໍລະກົດ 2021-ເດືອນມິຖຸນາ 2023 ກໍາລັງ ປກສ ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງຄະດີຢາເສບຕິດໄດ້ທັງໝົດ 9.516 ເລື່ອງ, ຈັບຜູ້ຖືກຫາໄດ້ 13.941 ຄົນ ຍິງ 1.588 ຄົນ, ຢຶດຢາບ້າໄດ້ 297.085.327 ເມັດ.

ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ໄດ້ລາຍງານຜົນການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ໃນໄລຍະເດືອນກໍລະກົດ 2021-ເດືອນມິຖຸນາ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ເປັນປະທານໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈໍາແຕ່ລະເຂດເລືອກຕັ້ງ ເຂົ້າຮ່ວມ.

ເຊິ່ງທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ດ້ານວຽກງານຍົກສູງປະສິດທິພາບ ການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດ ໃນໄລຍະເດືອນກໍລະກົດ 2021 ຫາ ເດືອນມິຖຸນາ 2023 ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງຄະດີຢາເສບຕິດໄດ້ທັງໝົດ 9.516 ເລື່ອງ, ຈັບຜູ້ຖືກຫາໄດ້ 13.941 ຄົນ ຍິງ 1.588 ຄົນ, ຄົນຕ່າງປະເທດ 283 ຄົນ ຍິງ 17 ຄົນ; ສາມາດຢຶດຢາບ້າ ໄດ້ 297.085.327 ເມັດ, ຢາບ້າເປັນຝຸ່ນ 59,52 ກິໂລກຼາມ, ຢາໄອສ໌ 7.193.38 ກິໂລກຼາມ, ເຮໂຣອິນ 507.12 ກິໂລກຼາມ, ກັນຊາ 20.214,41 ກິໂລກຼາມ, ຝິ່ນ 380.32 ກິໂລກຼາມ, ຢາອີ 5.689 ເມັດ ກັບ 20 ກິໂລກຼາມ (ຢາອີເປັນຝຸ່ນ 0.08 ກິໂລກຼາມ), ແປ້ງຝຸ່ນປະສົມຢາເສບຕິດ 51.153,62 ກິໂລກຼາມ, ເຄຕາມິນ 2.558,79 ກິໂລກຼາມ, ໂຄເຄນ 3 ກິໂລກຼາມ, ຄາເຟອິນ 168 ກຼາມ, ນໍ້າຢາສານເຄມີ 10,84 ກຼາມ ແລະ ນໍ້າກົດ 9.400 ລິດ, ຢຶດລົດໃຫຍ່ 321 ຄັນ, ລົດຈັກ 1.574 ຄົນ ແລະ ເຮືອ 5 ລຳ.

ສະເພາະ 6 ເດືອນຕົ້ນປີ 2023 ນັບແຕ່ເດືອນມັງກອນ 2023 ເຖິງປັດຈຸບັນ, ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂມ້າງຄະດີຢາເສບຕິດໄດ້ທັງໝົດ 2.241 ເລື່ອງ, ຈັບຜູ້ຖືກຫາໄດ້ 3.452 ຄົນ ຍິງ 410 ຄົນ, ຄົນຕ່າງປະເທດ 76 ຄົນ ຍິງ 3 ຄົນ, ຢຶດຢາບ້າໄດ້ 45.931.979 ເມັດ, ນ້ຳໜັກລວມ 4.681,49 ກິໂລກຼາມ, ຢາໄອສ໌ 2.499,71 ກິໂລກຼາມ, ເຮໂຣອິນ 184,07 ກິໂລກຼາມ, ກັນຊາ 1 4.0092 ກິໂລກຼາມ, ຝິ່ນ 125,35 ກິໂລກຼາມ, ຢາອີ 1.602 ເມັດ ກັບ 20 ກິໂລກຼາມ, ເຄຕາມິນ 625,41 ກິໂລກຼາມ, ແປ້ງຝຸ່ນປະສົມເສບຕິດ 26.235,53 ກິໂລກຼາມ, ສານເຄມີຕັ້ງຕົ້ນ ປະເພດທາດແຫຼວ ແລະ ເປັນກ້ອນ 61 ໂຕນ, ຢຶດລົດໃຫຍ່ໄດ້ 61 ຄັນ, ລົດຈັກ 228 ຄັນ ແລະ ເຮືອ 2 ລໍາ.

ນອກນັ້ນ, ໄດ້ລົງສໍາຫຼວດເນື້ອທີ່ລັກລອບປູກຝິ່ນ ແຕ່ເດືອນກໍລະກົດ 2021 ຫາ ເດືອນມີນາ 2023 ຢູ່ 9 ແຂວງພາກເໜືອ ກວດພົບເຫັນສວນຝິ່ນ 4.398 ກວ່າຕອນ ແລະ ໄດ້ລົງທຳລາຍຖິ້ມ ຈຳນວນ 1.437 ເຮັກຕາ; ໄດ້ນໍາເອົາເປົ້າໝາຍຜູ້ຕິດຢາເສບຕິດ ເຂົ້າປິ່ນປົວຢູ່ສູນບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ, ມີທັງໝົດ 10.900 ຄົນ ຍິງ 361 ຄົນ. ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານ ມີທັງໝົດ 5.734 ຄົນ ຍິງ 209 ຄົນ ແລະ ສືບຕໍ່ປິ່ນປົວ 2.994 ຄົນ ຍິງ 104 ຄົນ.