ໃນວັນທີ 29 ມິຖຸນາ 2023, ຄະນະກວດກາພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຕິດຕາມ, ກວດກາພັກ ປະຈໍາໄຕມາດ II ແລະ ທິດທາງແຜນການ ໄຕມາດ III ສົກປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ມີຄະນະປະຈໍາພັກ, ແຂກຮັບເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

+ ສະຫາຍ ພົຕ ວັນທອງ ກອງມະນີ ກ່າວວ່າ:

ການຈັດກອງປະຊຸມຄັ້ງນີ້ ກໍເພື່ອເປັນການກວດກາຄືນແບບແຜນການນຳພາ-ຊີ້ນຳ ກ່ຽວກັບວຽກງານຕິດຕາມ, ກວດກາຂອງ ຄະນະກວດກາພັກແຕ່ລະຂັ້ນ ໃນການຈັດຕັ້ງຜັນຂະຫຍາຍມະຕິຕ່າງໆຂອງຄະນະພັກ ກະຊວງ ແລະ ມະຕິຕ່າງໆຂອງຄະນະພັກຂັ້ນຂອງຕົນ ໃນໄຕມາດທີ່ຜ່ານມາ.

ເປັນການຕິດຕາມ, ກວດກາຄືນຄວາມຮັບຜິດຊອບຂອງຄະນະພັກ ກໍຄື ຄະນະກວດກາພັກແຕ່ລະຂັ້ນ ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນແຕ່ລະໄລຍະ; ຕິດຕາມ, ກວດກາປະຕິບັດຫຼັກການລວມສູນປະຊາທິປະໄຕ ພາຍໃນພັກ ແລະ ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ແລະ ເພື່ອເປັນການກວດກາ ແລະ ລາຍງານຄືນຜົນການດໍາເນີນກອງປະຊຸມກາງສະໄໝຂອງບັນດາຄະນະພັກ.

ທັງນີ້, ກໍເພື່ອເຮັດໃຫ້ວຽກງານກວດກາພັກ ອ້ອມຂ້າງກະຊວງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ທັງຍົກສູງຄວາມຮັບຜິດຊອບຂອງຄະນະກວດກາພັກແຕ່ລະຂັ້ນ ໄດ້ເຄື່ອນໄຫວເປັນປົກກະຕິ ແລະ ຖືກຕ້ອງຕາມກົດລະບຽບ-ມະຕິຕ່າງໆພັກ.

ໃນວາລະກອງປະຊຸມ, ບັນດາສະຫາຍຄະນະພັກ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ແລະ ຊີ້ແຈງຫຼາຍບັນຫາທີ່ເຫັນວ່າເປັນຈຸດອ່ອນ-ຂໍ້ຄົງຄ້າງ ໃນໄຕມາດທີ່ຜ່ານມາ ເພື່ອເປັນທິດທາງໃນການປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ດີຂຶ້ນເທື່ອລະກ້າວ.