ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄໍາມ່ວນ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ພສ 2561, ເຊິ່ງສຸມໃສ່ວຽກງານປ້ອງກັນຈັດຕັ້ງກໍາລັງ ເຮັດໜ້າທີ່ເຜີຍແຜ່ໂຄສະນາລະບຽບຈະລາຈອນຕາມສາຍທາງ, ສໍານັກງານອົງການ, ສະຖາບັນສຶກສາ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ໄດ້ກົດລະບຽບການສັນຈອນທີ່ວາງອອກ. ຢ່າງໃດກໍຕາມ, ກໍຍັງມີຜູ້ຂັບຂີ່ຈໍານວນໜຶ່ງລະເມີດກົດລະບຽບການສັນຈອນ ເຮັດໃຫ້ມີອຸບັດຕິເຫດ ແລະ ຄົນເສຍຊີວິດ.

ນັບແຕ່ວັນທີ 11-16 ເມສາ 2018 ນີ້, ທົ່ວແຂວງຄໍາມ່ວນ ໄດ້ມີອຸບັດຕິເຫດເກີດຂຶ້ນທັ້ງໝົດ 19 ຄັ້ງ, ພາຫະນະເປ່ເພທັງໝົດ 28 ຄັນ, ເປ່ເພສົມຄວນ 17 ຄັນ, ເປ່ເພເລັກໜ້ອຍ 10 ຄັນ ແລະ ໃຊ້ງານບໍ່ໄດ້ 1 ຄັນ. ໃນນີ້, ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍ 14 ຄົນ, ບາດເຈັບສົມຄວນ 13 ຄົນ, ສາຫັດ 4 ຄົນ ແລະ ເສຍຊີວິດ 5 ຄົນ. ຖ້າທຽບໃສ່ປີທີ່ຜ່ານມາ: ເຫັນວ່າການເກີດອຸບັດຕິເຫດແມ່ນເພີ່ມຂຶ້ນ 10 ຄັ້ງ, ຜູ້ເສຍຊີວິດເພີ່ມຂຶ້ນ 3 ຄົນ ເມືອງທີ່ເກີດອຸບັດຕິເຫດສູງສຸດແມ່ນເມືອງທ່າແຂກ ເຊິ່ງມີອຸບັດຕິເຫດເກີດຂຶ້ນ 8 ຄັ້ງ, ເສຍຊີວິດ 5 ຄົນ, ເມືອງເຊບັ້ງໄຟ, ເມືອງມະຫາໄຊ ແລະ ເມືອງໜອງບົກ ມີອຸບັດຕິເຫດເກີດຂຶ້ນເມືອງລະ 2 ຄັ້ງ. ສ່ວນເມືອງຫີນບູນ, ເມືອງນາກາຍ, ເມືອງຍົມມະລາດ, ເມືອງໄຊບົວທອງ ແລະ ເມືອງຄູນຄຳ ມີອຸບັດຕິເຫດເມືອງລະ 1 ຄັ້ງ.

ບັນຫາພົ້ນເດັ່ນທີ່ພາໃຫ້ເກີດອຸບັດຕິເຫດເຫຼົ່ານີ້ກໍ່ແມ່ນການດື່ມສິ່ງມຶນເມົາ, ເມົາແລ້ວຂັບຂີ່ລົດ, ຂັບຂີ່ໄວເກີນກຳນົດ, ປ່ຽນທິດທາງກະທັນຫັນ, ລ້ຽວຊ້າຍລ້ຽວຂວາບໍ່ເປີດໄຟສັນຍານ ແລະ ບໍ່ໃຫ້ກຽດເຊິ່ງກັນແລະກັນ ໃນການສັນຈອນ.