ຫ້ອງວ່າປົກຄອງເມືອງໂພນໂຮງ ແຂວງວຽງຈັນ ໄດ້ໄຂກອງປະຊຸມສະຫຼຸບວຽກງານຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ຂຶ້ນ ໃນອາທິດຜ່ານມາ, ໂດຍການເປັນປະທານຂອງທ່ານ ນາງ ວຽງແກ້ວ ແກ້ວວົງສາ ຫົວໜ້າຫ້ອງການຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງໂພນໂຮງ, ເຂົ້າຮ່ວມມີ ທ່ານ ຄຳຟອງ ບົວທອງ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ແລະ ທ່ານ ນາງ ອິນຄຳ ພັນດາລາ ເຈົ້າເມືອງໆໂພນໂຮງ, ມີແຂກຖືກເຊີນຈາກຫ້ອງການ ແລະ ບັນດາຫົວໜ່ວຍທຸລະກິດບໍລິການອ້ອມຂ້າງເມືອງໂພນໂຮງ ເຂົ້າຮ່ວມ.


ທ່ານ ນາງ ວຽງແກ້ວ ແກ້ວ ວົງສາ ຫົວໜ້າຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງໂພນໂຮງ ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ສະແດງອອກໃນ 1 ປີຜ່ານມາ ຄະນະພັກ-ຄະນະບັນຊາຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງໂພນໂຮງ ໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານຢູ່ພາຍໃນຫ້ອງຢ່າງເປັນປົກກະຕິ ໂດຍນຳເອົາເອກະສານທີ່ສຳຄັນຕ່າງໆຂອງຊາດຂອງພັກມາເຜີຍແຜ່ເຊື່ອມຊຶມເປັນແຕ່ລະໄລຍະຈຶ່ງເຮັດໃຫ້ພະນັກງານມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ. ສະແດງອອກໃນ 1 ປີຜ່ານມາ, ມີເອກະສານເຂົ້າ-ອອກ 474 ສະບັບ, ພິມເອກະສານ ໄດ້ 182 ສະ ບັບ, ແຈກຢາຍໜັງສືພິມໄດ້ 1.152 ສະບັບ, ລົງເກັບກຳຂ່າວໄດ້ທັງໜົດ 223 ຂ່າວ, ສົ່ງຂ່າວອອກທາງໂທລະພາບ , ໜັງສືພິມແຂວງວຽງຈັນ ແລະ ວິທະຍຸກະຈາຍສ່ຽງ 223 ຂ່າວ, ເປີດໂທລະໂຄງ ໄດ້ 120 ຄັ້ງ, ວຽກງານວັດທະນະ ທຳ-ສົ່ງເສີມການທ່ອງທ່ຽວທົ່ວເມືອງມີວົງດົນຕີ 15 ວົງ, ຮ້ານບັນເທີງ 12 ຮ້ານ, ລົງກວດກາ ແລະ ອອກອະນຸຍາດປ້າຍໂຄສະນາ ໄດ້ 124 ປ້າຍ, ເປີດຮັບຮອງສ້າງບ້ານວັດທະນະທຳ ໄດ້ 55 ບ້ານ, ຮັບຮອງກຸ່ມບ້ານວັດທະນະທຳໄດ້ 3 ບ້ານຄື: ກຸ່ມບ້ານນາເຫຼົ່າ, ກຸ່ມບ້ານສະກ້າ-ນາໂພ ແລະ ກຸ່ມໂພນສູງ, ໄດ້ອອກອະນຸຍາດສ້າງຕັ້ງບຸນປະເພນີໄດ້ 64 ຄັ້ງ, ຫົວໝ່ວຍບໍລິການ-ທ່ອງທ່ຽວມີໂຮງແຮມ 1 ແຫ່ງ, ຣີສອດ 3 ແຫ່ງ, ເຮືອນພັກ 46 ແຫ່ງ, ຮ້ານອາຫານ 31 ແຫ່ງ, ຮ້ານບັນເທີງ-ກິນດື່ມ 36 ແຫ່ງ, ແຫຼ່ງທ່ອງທ່ຽວ 5 ແຫ່ງ ໃນໄລຍະຜ່ານມາ, ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ພາຍໃນເມືອງໂພນໂຮງ ທັງໜົດ 9.808 ຄົນ ຍິງ 4.654 ຄົນ, ຕ່າງປະເທດ 1.891 ຄົນ ຍິງ 1.007 ຄົນ.
ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນຈຳນວນທັງໜົດ 33 ຄົນ ໃນນີ້, ໃບຍ້ອງຍໍໃນຂັ້ນແຂວງ ຈຳນວນ 7 ໃບ ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ ໂດຍແມ່ນທ່ານ ຄໍາຟອງ ບົວທອງ ຫົວໜ້າພະ ແນກຖະແຫຼ່ງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ, ໃບຍ້ອງຍໍຂັ້ນເມືອງມີ 26 ໃບ ໃຫ້ກຽດມອບໂດຍແມ່ນ ທ່ານ ນາງ ອິນຄຳ ພັນດາລາ ເຈົ້າເມືອງໆໂພນໂຮງ.