ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວ ປະຈຳປີ 2017 ແລະ ກຳນົດທິດທາງ 2018, ເຂົ້າຮ່ວມຂອງ ພັທ ດາວວັນ ວັນທານຸວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ມີຄະນະຫ້ອງ ແລະ ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນຫ້ອງເຂົ້າຮ່ວມ.

ພັທ ຫຸມພັນ ເພັດທະນູທອງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກອງບັນຊາການ ປກສ ແຂວງຫຼວງພະບາງ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ແຕ່ລະຂັ້ນມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ແລະ ເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍ, ສະແດງອອກໃນໄລຍະ 1 ປີຜ່ານມາ ໄດ້ລົງກໍ່ສ້າງຮາກຖານ ແລະ ສາມາດເກັບກຳຂໍ້ມູນໃນທົ່ວແຂວງຫຼວງພະບາງ ມີ 12 ເມືອງ, ປະກອບມີ 109 ກຸ່ມ, ມີ 754 ບ້ານ, ມີ 79.720 ຄອບຄົວ, ມີ 83.848 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 458.225 ຄົນ ຍິງ 227.674 ຄົນ; ໃນນີ້, ໄດ້ປະກາດບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ ຈຳນວນ 507 ບ້ານ ເທົ່າກັບ 67,24% ຂອງຈຳນວນບ້ານທັງໝົດ. ພິມ ແລະ ມອບໃບຢັ້ງຢືນຄອບຄົວ-ບ້ານປ້ອງກັນຄວາມສະຫງົບດີໄດ້ 30.000 ໃບ ໄດ້ຮັບຄຳຮ້ອງຂໍເຮັດບັດປະຈຳຕົວ 7.157 ສະບັບ, ອອກບັດປະຈຳຕົວໃຫ້ພົນລະເມືອງໄດ້ 8.738 ບັດ; ໄດ້ເປີດຝຶກອົບຮົມໃຫ້ ປກສ ບ້ານ ຈຳນວນ 8 ຄັ້ງ ມີ 2.802 ສະຫາຍ, ເບີກຈ່າຍເຄື່ອງໃຫ້ ປກສ ບ້ານ 219 ຊຸດ; ເກັບບັນດາເປົ້າໝາຍປະເພດຕ່າງໆໄດ້ 4.090 ຄົນ. ໃນນີ້, ໄດ້ສຶກສາອົບຮົມຂັ້ນກຸ່ມ 2.250 ຄົນ ຍິງ 183 ຄົນ ສົ່ງໃຫ້ ປກສ ເມືອງ ແກ້ໄຂ 1.200 ຄົນ; ຈາກນັ້ນ, ຜູ້ແທນກອງປະຊຸມ ກໍພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບໃຫ້ມີເນື້ອໃນສົມບູນ-ຄົບຖ້ວນ ແລກປຽນບົດຮຽນປະສົບການໄປພ້ອມໆກັນ, ກຳນົດເປັນທິດທາງແຜນການໃນຕໍ່ໜ້າ.

ພັທ ດາວວັນ ວັນທານຸວົງ ຮອງກອງບັນຊາການ ປກສ ແຂວງຫຼວງພະບາງ ກໍໄດ້ເນັ້ນໜັກໃຫ້ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບບົດບາດການຊີ້ນຳ-ນຳພາໃຫ້ມີປະສິດທິພາບ, ປັບປຸງວິທີການເຮັດວຽກຂອງແຕ່ລະວິຊາສະເພາະໃຫ້ຕິດພັນພະນັກງານວິຊາການ, ສືບຕໍ່ຫັນລົງກໍ່ສ້າງຮາກຖານຕິດພັນກັບປະຊົນບັນດາເຜົ່າຢູ່ຂົງເຂດທີ່ຕົນຮັບຜິດຊອບ ແກ້ໄຂ້ບັນດາເປົ້າໝາຍປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖ້ອຍລົງເທື່ອລະກ້າວ.