ອົງການພຸດທະສາສະໜາສໍາພັນລາວ ເມືອງ ແລະ ແຂວງໄຊຍະບູລີ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ລວມມູນຄ່າ 5 ລ້ານກວ່າກີບ ມອບໃຫ້ໂຮງຮຽນປະຖົມສົມບູນ ແລະ ຄອບຄົວຂາດເຂີນທຸກຍາກບ້ານຫ້ວຍເພາະ ເມືອງ ແລະ ແຂວງໄຊຍະບູລີ ໃນອາທິດຜ່ານມາ, ໂດຍການມອບຂອງ ພຣະອາຈານ ທອງເພັດ ແກ້ວມະນີວັນ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງໄຊຍະບູລີ, ມີທ່ານ ມະນີວົງ ຂັນຕິສາລີ ຫົວໜ້າໜ່ວຍງານກິລາກາຍະກໍາຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊຍະບູລີ, ກ່າວຮັບໂດຍ ທ່ານ ສຸລິໄຊ ແສງມະນີ ອໍານວຍການໂຮງຮຽນປະຖົມສົມບູນ ແລະ ຕາງໜ້າຄອບຄົວທຸກຍຸກ, ມີຄະນະສົງ, ພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ, ອໍານາດການປົກຄອງບ້ານ ພ້ອມດ້ວຍນ້ອງນັກຮຽນ ແລະ ຄອບຄົວທີ່ຂາດເຂີນທຸກຍາກ ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ປຶ້ມຂຽນ, ບິກ-ສໍດໍາ, ກະຕໍ້, ໝາກບານ, ມຸ້ງ, ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະອື່ນໆ. ເຊິ່ງເຄື່ອງດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການພຸດທະສາສະໜາສໍາພັນລາວເມືອງ, ວັດວາຕ່າງໆ ແລະ ຜູ້ທີ່ມີຈິດໃຈບຸນສັດທາພາຍໃນເມືອງ.

ທ່ານ ສຸລິໄຊ ແສງມະນີ ອໍານວຍການໂຮງຮຽນປະຖົມຫ້ວຍເພາະ ກໍໄດ້ຕາງໜ້າກ່າວສະແດງຄວາມຂອບໃຈຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ຄະນະອົງການພຸດທະສາສະໜາສໍາພັນລາວເມືອງ ທີ່ໄດ້ໃຫ້ນໍາເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ໃນຄັ້ງນີ້ ຈະໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ເຄື່ອງດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າໃນໂອກາດໜ້າຈະໄດ້ຮັບເຄື່ອງຊ່ວຍເຫຼືອຈາກພາກສ່ວນດັ່ງກ່າວຕື່ມອີກ.