ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ການໃຫ້ບໍລິການປິ່ນປົວ, ໃຫ້ຄໍາປຶກສາແກ່ຜູ້ມີບັນຫາກ່ຽວກັບສິ່ງເສບຕິດ ໃນວັນທີ 20 ເມສາ 2018, ໃຫ້ແກ່ພໍ່-ແມ່ປະຊາຊົນບ້ານ ແລະ ນັກຮຽນ ມ5-ມ7 ຈຳນວນ 100 ກວ່າຄົນ ຂອງໂຮງຮຽນມັດທະຍົມຕອນປາຍ ໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອເປັນການປູກຈິດສຳນຶກໃຫ້ຮູ້ເຖິງພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ ແລະ ພ້ອມກັນເປັນເຈົ້າການໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ.

ພັທ ປານີ ສຸດສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ນວ ກ່າວວ່າ: ພໍ່-ແມ່ປະຊາຊົນ ແລະ ນັກຮຽນທຸກໆຄົນ ຈະຕ້ອງຊ່ວຍກັນຫຼີກລ່ຽງບັນຫາຢາເສບຕິດຕ່າງໆ ເປັນຕົ້ນແມ່ນ: ຢາເສບຕິດມີຜົນຮ້າຍທີ່ເປັນອັນຕະລາຍຕໍ່ປະຊາຊົນ, ຊາວໜຸ່ມ, ເຍົາວະຊົນທີ່ເປັນອະນາຄົດຂອງຊາດ ຖ້າຫາກໃຜເສບຢາເສບຕິດຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ, ເຮັດໃຫ້ສະໜອງຖືກທຳລາຍເປັນບ້າເສຍຈິດ, ໃຊ້ຄວາມຮຸນແຮງສ້າງຄວາມບໍ່ສະຫງົບພາຍໃນສັງຄົມ, ທຳລາຍຊີວິດຂອງຕົນເອງ ແລະ ຄົນອື່ນໆ, ເຮັດໃຫ້ຄອບຄົວວຸ້ນວາຍ ແລະ ແຕກແຍກບໍ່ມີຄວາມສະຫງົບສຸກ, ທຳລາຍ ແລະ ຂົ່ມຂູ່ສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສ່ວນຜູ້ທີ່ຜະລິດ, ປຸງແຕ່ງ, ຊື້-ຂາຍ, ຈຳໜ່າຍ, ຄຸ້ມຄອງ, ຮັກສາ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ ຈະຖືກລົງໂທດຕາມລະບຽບກົດໜາຍຂອງ ສປປ ລາວ.

ການປິ່ນປົວຂັ້ນຊຸມຊົນ ແມ່ນເພື່ອຊ່ວຍຄົນເຈັບ, ພັດທະນາທັກສະ, ແກ້ໄຂການຕິດຢາເສບຕິດ, ການຕິດເຫຼົ້າ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງໃນຊຸມຊົນ, ຫຼຸດຜ່ອນ ແລະ ຢຸດຕິການຊົມໃຊ້ຢາເສບຕິດ ແລະ ເຫຼົ້າ, ຕອບສະໜອງກັບຄວາມຕ້ອງການສ່ວນບຸກຄົນ ແລະ ຮັບປະກັນໝາກຜົນເທົ່າທີ່ເປັນໄປໄດ້, ຮ່ວມກັບອົງການຈັດຕັ້ງທ້ອງຖິ່ນ, ສະມາຊິກຊຸມຊົນ ແລະ ກຸ່ມເປົ້າໝາຍເຂົ້າຮ່ວມໃນການສ້າງເຄືອຂ່າຍການບໍລິການຂັ້ນຊຸມຊົນ, ຫຼຸດຜ່ອນຄວາມແອອັດ ແລະ ຄວາມບໍ່ຈໍາເປັນທີ່ຈະເຂົ້າໄປປິ່ນປົວຢູ່ສູນປິ່ນປົວຢາເສບຕິດ ຫຼື ສູນບໍາບັດ; ແມ່ນຈະອໍານວຍຄວາມສະດວກໃຫ້ກັບຄົນເຈັບໄດ້ເຂົ້າເຖິງການປິ່ນປົວ, ຄົນເຈັບມີຄວາມສົນໃຈ, ຄົນເຈັບ, ຄອບຄົວ ແລະ ຊຸມຊົນສາມາດຈ່າຍໄດ້, ຊ່ວຍໃຫ້ຄົນເຈັບເປັນອິດສະຫຼະ, ປັບຕົວເອງໄດ້ດີກວ່າວິທີການປິ່ນປົວແບບອື່ນໆ, ການປັບໂຕເຂົ້າສູ່ສັງຄົມ ແລະ ສ້າງຄວາມເຂັ້ມແຂງຢູ່ໃນຊຸມຊົນ, ເປັນວິທີການທີ່ມີຄວາມລຳຄານໜ້ອຍກວ່າວິທີການປິ່ນປົວແບບອື່ນໆ, ຫຼຸດຜ່ອນຮ່ອຍມົນທິນ ແລະ ສົ່ງເສີມຄວາມຄາດຫວັງໃຫ້ແກ່ຊຸມຊົນເປັນດ້ານບວກ.