ກອງບັນຊາການ ປກສ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2017 ແລະ ວາງທິດທາງແຜນການ ປະຈຳປີ 2018 ຂຶ້ນໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ພັທ ຄຳປານ ຄຸນນະເລີດ ຫົວໜ້າກອງບັນຊາການ ປກສ ເມືອງບຸນໃຕ້, ເຂົ້າຮ່ວມຂອງ ທ່ານ ຂວັນໃຈ ບຸນປະເສີດ ເຈົ້າເມືອງໆບຸນໃຕ້ ແລະ ພັອ ຄຳເພັງ ເຈັ່ນຄຳເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ປກສ ເມືອງບຸນໃຕ້ ເຂົ້າຮ່ວມ.

ພັຕ ສົມໃຈ ລີລາວົງ ຫົວໜ້າພະແນກເສນາທິການ ກອງບັນຊາການ ປກສ ເມືອງບຸນໃຕ້ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 1 ປີຜ່ານມາ ວ່າ: ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງບຸນໃຕ້ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ-ຕໍ່ເນື່ອງ, ໂດຍສະເພາະແມ່ນນຳເອົາແນວທາງຂອງພັກ ລະບຽບກົດໝາຍຂອງລັດ ມາຈັດຕັ້ງເຊື່ອມຊຶມ, ແກ້ໄຂວຽກງານວິຊາສະເພາະໃນການເອົາໃຈໃສ່ສະກັດກັ້ນແກ້ໄຂບັນຫາປະກົດການຫຍໍ້ທໍ້, ເຊິ່ງໃນປີຜ່ານມາ ມີຄະດີອາຍາເກີດຂຶ້ນທັງໝົດ 14 ເລື່ອງ, ມ້າງໄດ້ 14 ເລື່ອງ, ກັກຜູ້ຖືກຫາໄດ້ 35 ຄົນ, ມ້າງຄະດີຢາເສບຕິດໄດ້ 21 ເລື່ອງ, ກັກຜູ້ຖືກຫາ ໄດ້ 26 ຄົນ ຍິງ 3 ຄົນ, ຢຶດຂອງກາງຢາບ້າໄດ້ 980 ເມັດ ແລະ ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 17 ເລື່ອງ, ພາຫະນະເປ່ເພ 33 ຄັນ, ຄົນບາດເຈັບ 28 ຄົນ ແລະ ເສຍຊີວິດ 1 ຄົນ.

ໂອກາດດັ່ງກ່າວ, ທ່ານ ຂວັນໃຈ ບຸນປະເສີດ ເຈົ້າເມືອງໆບຸນໃຕ້ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໄຊຊະນະທີ່ກອງບັນຊາການ ປກສ ເມືອງບຸນໃຕ້ ຍາດມາໄດ້ໃນຕະຫຼອດໄລຍະ 1 ປີ ທີ່ຜ່ານມາ. ຈາກນັ້ນ, ທ່ານກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ນໍາພາປະຕິບັດ 4 ແຜນງານ, 41 ໂຄງການ ທີ່ກະຊວງວາງອອກ ກໍຄືກອງບັນຊາການ ປກສ ແຂວງ, ເມືອງ ເປັນຕົ້ນ: ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປັບປຸງກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝຂຶ້ນເລື້ອຍໆ.