ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ປະກາດການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ປກສ ເມືອງ ໃນອາທິດຜ່ານມາ ໂດຍການເປັນປະທານຂອງ ພັອ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີຄະນະພັກ, ຄະນະກອງບັນຊາການ, ຫົວໜ້າຫ້ອງ, ຮອງຫ້ອງ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ນາງ ພົມມາ ຈັນທະວົງສາ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 401 ແລະ 403 ລົງວັນທີ 2 ມີນາ 2018 ວ່າດ້ວຍການໂຍກຍ້າຍ, ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຊຽງຂວາງ, ໂດຍໄດ້ຕົກລົງແຕ່ງຕັ້ງ ພັທ ສົມພານ ທອງມະວົງ ຫົວໜ້າກອງບັນຊາການ ປກສ ເມືອງໝອກ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພັທ ແສງອາລຸນ ຮອງຫົວໜ້າຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງພະລາທິການ, ພັທ ນົງໃຈ ຈັນອິນແປງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 3, ພັຕ ສາລີ ລາດສະວົງ ແລະ ພັຕ ບຸນໄທ ວິພົມມະວົງສາ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ພັທ ຄຳຝົນ ກິງດາລາ ຮອງຫົວໜ້າຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າກອງບັນຊາການ ປກສ ເມືອງຜາໄຊ, ແຕ່ງຕັ້ງ ພັທ ບຸນຮັກ ສໍສາຍນໍ້າພ່າງ ເປັນຫົວໜ້າກອງບັນຊາການ ປກສ ເມືອງໝອກ ແລະ ພັທ ສົມພອນ ພິລາວົງ ຫົວໜ້າກອງກໍ່ສ້າງຮາກຖານ 918 ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງຄູນ.

ພັອ ບຸນລົດ ຄໍາແພງພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງຊີ້ນຳໃຫ້ທຸກສະຫາຍ ຈົ່ງເອົາໃຈໃສ່ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະອັນໃໝ່ຂອງຕົນ ເປັນຕົ້ນແມ່ນການລົງໃກ້ສິດຕິດແທດຊີ້ນໍາ-ນໍາພາຢ່າງຕິດແທດກັບພະນັກງານ-ນັກຮົບ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕິດພັນກັບວຽກງານວິຊາສະເພາະ ເພື່ອຕີຖອຍທຸກສະພາບປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ, ສ້າງບຸກຄາລະກອນພັດທະນາກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ເຂັ້ມງວດຕໍ່ລະບຽບວິໄນ, ມີແບບແຜນວິທີເຮັດວຽກຢ່າງລະອຽດ ເພື່ອຮັບໃຊ້ປະເທດຊາດຮັບໃຊ້ພໍ່-ແມ່ປະຊາຊົນຢ່າງຫ້າວຫັນ ແນໃສເຮັດໃຫ້ທົ່ວແຂວງຊຽງຂວາງ ມີຄວາມສະຫງົບໂດຍພື້ນຖານ.