ໃນອາທິດທີ່ຜ່ານມານີ້, ກອງບັນຊາການ ປກສ ແຂວງວຽງຈັນ ແລະ ບໍລິສັດ ລາວ-ຈີນ ຈິດຈະ ການຢາງ ຈໍາກັດ ໄດ້ຈັດພິທີເຊັນສັນຍາການເຊົ່າທີ່ດິນ ເພື່ອສ້າງຕັ້ງໂຮງງານຜະລິດເປົາ ໂດຍການລົງນາມຂອງ ພັທ ໄຊຍະເດດ ຜົງສີລິ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການ ປກສ ແຂວງວຽງຈັນ ( ຜູ້ໃຫ້ເຊົ່າ ) ແລະ ທ່ານ ຫຼິງຊິງ ຢວານ ຫົວໜ້າບໍລິສັດ ລາວ-ຈີນ ຈິດຈະ ການຢາງ ຈຳກັດ ( ຜູ້ເຊົ່າ ), ເຂົ້າຮ່ວມຂອງ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະກອງບັນຊາການ, ຫົວໜ້າ-ຮອງຫ້ອງ, ພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ພັທ ໄຊຍະເດດ ຜົງສີລິ ກ່າວວ່າ: ການອະນຸມັດໃຫ້ບໍລິສັດ ລາວ -ຈີນ ຈິດຈະ ການຢາງ ຈໍາກັດ ເຊົ່າທີ່ດິນສ້າງຕັ້ງໂຮງງານຜະລິດເປົາ ຢູ່ກອງບັນຊາການ ປກສ ແຂວງວຽງຈັນ ຄັ້ງນີ້, ເພື່ອເປັນການຝຶກອາຊີບໃຫ້ແກ່ນັກໂທດ, ມີວຽກເຮັດງານທຳເວລາພົ້ນໂທດກໍຈະມີວິຊາຊີບຕິດໂຕໄປນຳ, ເປັນການຊອກແຫ່ຼງລາຍຮັບໃຫ້ແກ່ກົມກອງ ແລະ ແກ້ໄຂຊີວິດການເປັນຢູ່ຂອງນັກໂທດ, ເຊິ່ງຈະໄດ້ຜະລິດເປົາປະເພດຕ່າງໆເຊັ່ນ: ເປົາປຸຍ, ເປົານໍ້າຕານ, ເປົາຊີເມັນ ແລະ ເປົາອື່ນໆ ຕາມການສັ່ງຂອງລູກຄ້າ ເພື່ອຮັບໃຊ້ສັງຄົມທັງພາຍໃນ ແລະ ຕ່າງປະເທດ.

ເນື້ອທີ່ດີນທີ່ໃຫ້ບໍລິສັດ ລາວ-ຈີນ ຈິດຈະ ການຢາງ ຈໍາກັດ ເຊົ່າຄັ້ງນີ້, ມີເນື້ອທີ່ທັງໝົດ 10.000 ຕາແມັດ, ກຳນົດອາຍຸສັນຍາເຊົ່າ ແມ່ນ 10 ປີ ໃນສັນຍາດັ່ງກ່າວ ປະກອບມີ 18 ມາດຕາ ເຊິ່ງທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນຕາມເນື້ອໃນແຕ່ລະມາດຕາຢ່າງເປັນເອກະພາບກັນ.