ໃນວັນທີ 20 ເມສາ 2018, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຫົວພັນ ໄດ້ຈັບເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຂດບ້ານນາທົ່ງຈອງ ເມືອງຊຳເໜືອ ແຂວງຫົວພັນ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ໃນນັ້ນມີຢາໄອ໌ສ ຈຳນວນ 40 ກິໂລກຼາມ, ຢາບ້າ 390 ຖົງ ລວມມີ 78.000 ເມັດ, ເຮໂຣອິນ 2 ແທ່ງ ແລະ ໂທລະສັບ 1 ເຄື່ອງ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ເປີດເຜີຍວ່າ: ຜູ້ຖືກຫາຊື່ ທ້າວ ທອງສີຢ່າງ ອາຍຸ 62 ປີ ພະນັກງານບຳນານ ຢູ່ບ້ານຊາຍຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຜ່ານການສອບສວນເບື້້ອງຕົ້ນ ຜູ້ກ່ຽວສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວເປັນຂອງຜູ້ກ່ຽວແທ້, ເຊິ່ງໄດ້ຮັບຊື້ໄວ້ນຳກຸ່ມຮ່ວມຂະບວນການນຳກັນ ເພື່ອເອົາມາຂາຍຕໍ່ໃຫ້ຜູ້ສັ່ງຊື້ ເຊິ່ງນັດສົ່ງໃຫ້ກັນຢູ່ເຂດບ້ານນາທົ່ງຈອງ ເມືອງຊຳເໜືອ ແຂວງຫົວພັນ, ພໍໄປຮອດຈຸດໝາຍກໍຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ ພ້ອມຂອງກາງຢາເສບຕິດຈໍານວນດັ່ງກ່າວ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຈັບຕົວຜູ້ຮ່ວມຂະ ບວນການນໍາກັນ ເພື່ອໄປດໍາເນີນຄະດີຕາມກົດໝາຍ.