ບັນຫາລັກຊັບຂອງພົນລະເມືອງ ໂດຍສະເພາະແມ່ນລົດຈັກ ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ຊໍາເຮື້ອມາດົນນານ, ເຊິ່ງໄດ້ສ້າງຄວາມເສຍຫາຍຈໍານວນຫຼາຍໄລຍະຜ່ານມາ. ຕໍ່ກັບສະພາບດັ່ງກ່າວ, ເຈົ້າໜ້າທີ່ກໍໄດ້ເອົາໃຈໃສ່ແກ້ ໄຂຢ່າງຈິງຈັງ ແລະ ສາມາດເກັບກູ້ລົດຈັກຄືນມາໄດ້ຈໍານວນຫຼາຍຄັນ ເພື່ອໄປມອບຄືນໃຫ້ເຈົ້າຂອງເດີມ ພ້ອມ ທັງຕິດຕາມຈັບຕົວຜູ້ກະທໍາຜິດໄປດໍາເນີນຄະດີ.

ໃນຕົ້ນເດືອນພຶດສະພາ 2018, ເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ເມືອງແປກ ແຂວງຂຽງຂວາງ ສາມາດ ກັກຕົວໄດ້ກຸ່ມແກ້ງລັກຊັບພົນລະເມືອງ ຈຳນວນ 7 ຄົນຄື: ທ້າວ ລາຕີສະຫວັດ ອາຍຸ 18 ປີ ຢູ່ ບ້ານ ນາໂອ. ທ້າວ ໂງນ ອາຍຸ 28 ປີ ຢູ່ບ້ານໂງຍ, ທ້າວ ເພັດສະໝອນ ອາຍຸ 30 ປີ ຢູ່ບ້ານລາດງ່ອນ, ທ້າວ ສີພອນໄຊ ອາຍຸ 34 ປີ ຢູ່ບ້ານ ໂພນສະຫວ່າງ, ທ້າວ ກຳ ອາຍຸ 35 ປີ ຢູ່ບ້ານໂງຍ ທັງໝົດນີ້ຢູ່ເມືອງແປກ ແຂວງຊຽງຂວາງ, ທ້າວ ດາວັນ ອາ ຍຸ 35 ປີ ຢູ່ບ້ານພຽງດີ ເມືອງພູກູດ ແຂວງຊຽງຂວາງ ແລະ ທ້າວ ມອນຄໍາ ອາຍຸ 20 ປີ ຢູ່ບ້ານນາເມືອງ ວຽງໄຊ ແຂວງຫົວພັນ ໃນຂໍ້ຫາຊື້-ຂາຍລັກຊັບພົນລະເມືອງແບບຜິດກົດໝາຍ ໂດຍສະເພາະແມ່ນຊື້-ຂາຍລົດຈັກ ພ້ອມລົດ ຈັກໄດ້ 17 ຄັນ ໄດ້ມອບຄືນໃຫ້ເຈົ້າຂອງເດີມ.
ຜ່ານການສືບສວນ-ສອບສວນພວກກ່ຽວໄດ້ຮັບສາລະພາບວ່າ: ລົດຈັກທີ່ເຈົ້າໜ້າທີ່ເກັບກູ້ມາໄດ້ນັ້ນແມ່ນພວກ ກ່ຽວຮ່ວມກັນເຄື່ອນໄຫວລັກ ແລະ ຮັບຊື້ຈາກຜູ້ຮ່ວມຂະບວນການນໍາກັນ ແລ້ວ ເອົາໄປດັດແປງສະພາບເລັກໜ້ອຍ ກ່ອນເອົາໄປຂາຍຕໍ່ຕ່າງເມືອງ ແລະ ແຂວງ, ໂດຍໄດ້ເລີ່ມເຄື່ອນໄຫວ ລັກມາແຕ່ປີ 2017. ຄະດີດັ່ງກ່າວນີ້, ເຈົ້າ ໜ້າທີ່ຕຳຫຼວດກຳລັງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ເພື່ອຂະຫຍາຍຜົນຫາກຸ່ມແກ້ງດັ່ງກ່າວຕື່ມອີກ.