ການຂົ່ມຂືນທໍາສໍາເລົາເດັກ ແລະ ຍິງສາວ ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ສ້າງຄວາມເສື່ອມເສຍກຽດສັກສີໃຫ້ຜູ້ເສຍ ຫາຍ ແລະ ຜູ້ປົກຄອງ  , ເຊິ່ງໄດ້ສ້າງບາດແຜໃສ່ຜູ້ຖືກເຄາະຮ້າຍທັງກາຍ ແລະ ໃຈ. ການນໍາສະເໜີປະກົດການນີ້ບໍ່ ແມ່ນເພື່ອຕອກຢໍ້າຊໍ້າເຕີມແຕ່ຢ່າງໃດ, ແຕ່ນໍາສະເໜີ ເພື່ອເປັນອຸທາຫອນສອນໃຈຕໍ່ບັນດາຜູ້ປົກຄອງເດັກ ແລະ ຍິງສາວໃຫ້ເອົາໃຈໃສ່ສອດສ່ອງດູແລລູກຫຼານຢ່າງໃກ້ຊິດຕິດແທດ ເພື່ອຫຼີກລ່ຽງບັນຫາດັ່ງກ່າວ.

ໄລຍະຜ່ານມາ, ສັງເກດເຫັນວ່າ ຄະດີຂົ່ມຂືນ ແລະ ຂົ່ມຂືນກະທໍາສໍາເລົາເດັກທີ່ເກີດຂຶ້ນຢູ່ໃນສັງຄົມ ໂດຍສ່ວນຫຼາຍ ແລ້ວເຫດການທີ່ເກີດຂຶ້ນຈະພົບວ່າ ຜູ້ຖືກຫາ ຫຼື ຜູ້ກໍ່ເຫດເປັນຄົນຢູ່ບ້ານໃກ້ເຮືອນຄຽງ ຫຼື ບໍ່ກໍ່ເປັນຄົນທີ່ຜູ້ເສຍ ຫາຍທີ່ຄຸ້ນໜ້າຄຸ້ນຕາກັນ, ເຊິ່ງຄົນຮ້າຍອາດຈະລົງມືກໍ່ເຫດຂົ່ມຂືນ, ຂົ່ມຂືນທໍາສໍາເລົາເດັກໄດ້ໃນໄລຍະສັ້ນໆ ແລະ ຄົນຮ້າຍທີ່ລົງມືກໍ່ເຫດ ສ່ວນຫຼາຍແມ່ນພົວພັນກັບຢາເສບຕິດ (ເສບຢາເສບຕິດ) ມີພຶດຕິກໍາດື່ມ ສິ່ງມຶນເມົາເປັນ ປະຈໍາ ແລະ ອາດຈະເປັນຄົນທີ່ເຄີຍກະທໍາຜິດໃນສະຖານນີ້ມາກ່ອນ ຫຼື ຜູ້ທີມີພຶດຕິກໍາລາມົກໃນຍາມມຶນເມົາ. ດັ່ງ ເຫດການສະເທືອນຂວັນທີ່ເກີດຂຶ້ນໃນເມື່ອບໍ່ດົນມານີ້, ຜູ້ກໍ່ເຫດຄື ທ້າວ ທູນ ທອງໃຈ ອາຍຸ 22 ປີ ຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ກໍ່ເຫດຂົ່ມຂືນແລ້ວຂ້າເດັກນ້ອຍ ອາຍຸ 10 ປີ ຢູ່ປ່າເຂດບ້ານນາພູຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ ໃນວັນທີ 21 ເມສາ ຜ່ານມາ, ໃນຄະດີດັ່ງກ່າວນີ້, ເຖິງວ່າມີຫຼາຍສຳນັກຂ່າວ ເຜີຍແຜ່ອອກຫຼາຍຄັ້ງແລ້ວກໍຕາມ ແຕ່ຜູ້ຂຽນຍົກບັນຫາຂຶ້ນມາອີກ ເພື່ອເປັນອຸທາຫອນສອນໃຈໃຫ້ຜູ້ປົກຄອງ ແລະ ບັນດາແມ່ຍິງທັງຫຼາຍໃຫ້ມີສະຕິໃນການໄປ-ມາຕື່ມອີກ.


ຜ່ານການສືບສວນ, ທ້າວ ທູນ ທອງໃຈ ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ກ່ອນລົງມືກໍ່ເຫດແມ່ນໄດ້ດື່ມເບຍຈົນເມົາ ແລະ ເສບຢາເສບຢາບ້າ ເຮັດໃຫ້ມຶນເມົາຕື່ມອີກ ຈິ່ງເກີດມີອາລົມທາງເພດແບບໜ້າມືດຕາມົວ, ແຕ່ໃນລະຫວ່າງຂີ່ ລົດຈັກກັບຈາກງານດອງ ເພື່ອໄປເຮືອນແມ່ຂອງເມຍນັ້ນ, ໄດ້ເຫັນນາງ ນ້ອຍ ຜູ້ເສຍຊີວິດນັ່ງຫຼິ້ນນໍາໝູ່ຢູ່ແຄມທາງ ຈຶ່ງຫາວິທີເພື່ອຈະລະບາຍອາລົມທາງເພດຕົວເອງກັບເດັກນ້ອຍຄົນດັ່ງກ່າວ. ຈາກນັ້ນ, ໄດ້ຫາວິທີຕົວະເດັກນ້ອຍຍິງ  ຄົນໜຶ່ງ ອາຍຸ 10 ປີ ໃຫ້ໄປສົ່ງຢູ່ເຮືອນຂອງໝູ່ຜູ້ກ່ຽວ ແລ້ວຈະເອົາເງິນໃຫ້. ດ້ວຍຄວາມໄຮ້ດຽງສາ, ເດັກນ້ອຍຍິງ ຜູ້ເສຍຫາຍ ຈຶ່ງຂຶ້ນຊ້ອນລົດຈັກທັນທີ ຍ້ອນຢາກໄດ້ເງິນ, ພໍຂີ່ລົດຫ່າງຈາກບ້ານປະມານ 2 ກິໂລແມັດ ແລ້ວຜູ້ກ່ຽວ ກໍທໍາການຂົ່ມຂືນທໍາສໍາເລົາ, ຂະນະທີ່ລົງມືກໍ່ເຫດນັ້ນ, ເດັກນ້ອຍຍິງໄດ້ມີການຂັດຂືນບໍ່ຍອມ ຜູ້ກ່ຽວຈຶ່ງໄດ້ເອົາກໍາປັ້ນ ຕີໃສ່ທ້ອງ ແລະ ໃບໜ້າຫຼາຍບາດ ຈົນເຮັດໃຫ້ໝົດສະຕິ ແລ້ວຈຶ່ງທໍາສໍາເລົາຈົນສໍາເລັດ. ຈາກນັ້ນ, ເດັກນ້ອຍຍິງ  ຮູ້ ສຶກຕົວຂຶ້ນມາ ຜູ້ກ່ຽວກໍໄດ້ໃຊ້ຄໍາເວົ້າຍົວະຜູ້ເສຍຊີວິດບໍ່ໃຫ້ ໄປບອກພໍ່-ແມ່ ແຕ່ເດັກນ້ອຍຍິງຄົນນັ້ນບໍ່ຍອມ ຜູ້ກ່ຽວຈຶ່ງໄດ້ລົງມືຫັກຄໍຈົນເສຍຊີວິດຄາທີ່.
ແນວໃດກໍຕາມ, “ການຂົ່ມຂືນ ” ບໍ່ວ່າຈະເກີດຂຶ້ນຈາກຜູ້ຊາຍທີ່ປ່ວຍທາງຈິດ ມີບາດແຜທາງໃຈ, ເສບສິ່ງມຶນເມົາ ຫຼື ຢາເສບຕິດກໍຕາມ, ຖືວ່າມີໂທດທາງອາຍາ ເພາະເປັນພຶດຕິກຳທີ່ຮ້າຍແຮງ ເປັນການກະທຳທີ່ລະເມີດສິດທິ ແລະ ທຳລາຍກຽດສັກສີຂອງແມ່ຍິງ ກໍຄືເດັກນ້ອຍ. ສະນັ້ນ, ຖ້າຫາກແມ່ຍິງຄົນໃດ ຫາກຕົກຢູ່ໃນສະພາບອັນຕະລາຍ, ຖືກຂົ່ມຂືນ ຫຼື ທຳຮ້າຍຮ່າງກາຍ; ສິ່ງສຳຄັນທີ່ສຸດໃຫ້ຕັ້ງສະຕິ ແລ້ວຫາຄົນຊ່ວຍພາໄປໂຮງໝໍ ເພື່ອໃຫ້ແພດກວດ ຮ່າງກາຍ ແລະ ເກັບກຳຫຼັກຖານຮ່ອງຮອຍຕ່າງໆແລ້ວ. ຈາກນັ້ນ, ໃຫ້ນຳຫຼັກຖານດັ່ງກ່າວເຂົ້າແຈ້ງຄວາມຕໍ່ອຳ ນາດການປົກຄອງ ຫຼື ເຈົ້າໜ້າທີ່ບ້ານເມືອງ ເພື່ອເອົາຜິດຕໍ່ຜູ້ກະທຳ ແລະ ນຳຜູ້ກະທຳຜິດໄປລົງໂທດໃຫ້ເຖິງທີ່ສຸດ. ນອກນັ້ນ, ໃຫ້ທ່ານຈື່ໄວ້ວ່າ: ການນຸ່ງຫົ່ມ, ການປົກປິດຮ່າງກາຍບໍ່ໃຫ້ເປັນຈຸດລໍ່ແຫຼມ ກໍເປັນອີກວິທີທາງໜຶ່ງຊ່ວຍ ທ່ານບໍ່ໃຫ້ຕົກຢູ່ໃນຄວາມສ່ຽງອັນຕະລາຍໄດ້. ນອກນັ້ນ, ໃຫ້ທ່ານຫຼີກລ່ຽງທີ່ສຸດໃນການໄປ-ມາຄົນດຽວ ແລະ ໄປ-ມາ ໃນຍາມຄ່ຳຄືນ ດີທີສຸດໃຫ້ໄປນຳຜູ້ປົກຄອງ ຫຼື ຫຼາຍຄົນຈະປອດໄປກວ່າ.