ອຸບັດຕິເຫດທີ່ເກີດຂຶ້ນບົນທ້ອງຖະໜົນ ສ່ວນຫຼາຍແມ່ນມີສາເຫດມາຈາກຄວາມປະໝາດ ຂາດສະຕິຂອງຜູ້ຂັບຂີ່, ເຊິ່ງສະແດງໃຫ້ເຫັນສະຖິຕິຂອງການເກີດອຸບັດຕິເຫດໃນແຕ່ລະເດືອນ. ສະພາບການດັ່ງກ່າວນັ້ນ, ນອກຈາກຈະ ເຮັດໃຫ້ມີການສູນເສຍຊີວິດ, ຊັບສິນ ແລະ ບາງກໍລະນີ ກໍຕ້ອ ງຖືກປະຕິບັດໂທດຕາມກົດໝາຍ ລວມທັງຄະດີຂອງ ທ້າວ ບຸນທັນ ອາຍຸ 53 ປີ ຢູ່ບ້ານສີບຸນເຮືອງ ເມືອງທ່າໂທມ ແຂວງໄຊສົມບູນ ທີ່ລະເມີດກົດຈະລາຈອນ ພາໃຫ້ເກີດ ອຸບັດຕິເຫດຕາມທ້ອງຖະໜົນ ຈົນມີຄົນໄດ້ຮັບບາດເຈັບ ແລະ ມີລົດເປ່ເພ.
ດັ່ງນັ້ນ, ສານປະຊາຊົນເຂດ 2 ນະຄອນຫຼວງວຽງຈັນ ຈຶ່ງໄດ້ນຳເອົາຄະດີດັ່ງກ່າວຂຶ້ນມາຄົ້ນຄວ້າຕັດສິນຕາມກົດ ໝາຍ ໃນວັນທີ 9 ພຶດສະພາ ທີ່ຜ່ານມາ, ໃນຫ້ອງປະຊຸມສານ ໄດ້ມີການຖະແຫຼງສຳນວນຄະດີໃຫ້ຮູ້ວ່າ: ໃນວັນທີ 1 ມັງກອນ 2018, ທ້າວ ບຸນທັນ ( ຈໍາເລີຍ ) ໄດ້ຂີ່ລົດຕູ້ ( ລົດໂຮງໝໍ ) ໝາຍເລກທະບຽນ ກຍ 6765 ອອກ ຈາກໂຮງໝໍເມືອງທ່າໂທມ ແຂວງໄຊສົມບູນ ມຸ່ງໜ້າໄປທາງປາກຊັນ ຈຸດປະສົງແມ່ນໄປສົ່ງຄົນເຈັບຢູ່ໂຮງໝໍ 150 ຕຽງ ນະຄອນຫຼວງວຽງຈັນ ພໍຂີ່ມາຮອດເຂດບ້ານພ້າວ ຫຼັກກິໂລແມັດທີ່ 55 ໃນເວລາປະມານ 23:12 ໂມງ ກໍເກີດ ອຸບັດຕິເຫດຕໍາກັບລົດຟໍຈຸນເນີ ໝາຍເລກທະບຽນ ກຂ 7778 ໄຊຍະບູລີ ຂັບຂີ່ໂດຍ ທ້າວ ໂຕ້ ອາຍຸ 21 ປີ ຢູ່ບ້ານ ພ້າວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ໂຈດທາງແພ່ງ). ພາຍຫຼັງເກີດອຸບັດຕິເຫດ ແລ້ວເຮັດໃຫ້ພາຫະນະ ( ລົດ ) ທັງສອງຄັນເປ່ເພພໍສົມຄວນ ສ່ວນທ້າວ ໂຕ້ ແມ່ນບາດເຈັບເລັກໜ້ອຍ.
ຈາກອຸບັດຕິເຫດດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເມືອງໄຊທານີ ໄດ້ລົງເກັບກໍາຂໍ້ມູນ ແລະ ໃຫ້ຄໍາເຫັນປະ ກອບໃນສໍານວນຄະດີວ່າ: ທ້າວ ບຸນທັນ ເປັນຜູ້ກະທໍາຜິດທາງຕໍ່ກົດໝາຍອາຍາໃນຂໍ້ຫາການລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດທີ່ແຕະຕ້ອງເຖິງຄວາມເປັບລະບຽບຮຽບຮ້ອຍຂອງສັງຄົມ ແລະ ສ້າງຄວາມເສຍຫາຍ ທາງດ້ານຊັບສິນຂອງບຸກຄົນອື່ນ ຕາມທີ່ກໍານົດໄວ້ໃນ ໝວດທີ 1 ມາດຕາ 86 ວັກ 1 ຢ່າງແທ້ຈິງ.
ຜ່ານການໄຕ່ສວນໃນຫ້ອງປະຊຸມສານ, ຄົ້ນຄວ້າບັນດາສໍານວນຄະດີ ແລະ ເອກະສານຕ່າງໆທີ່ປະກອບໃນສໍານວນ ຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ໝວດ ທີ 1 ມາດຕາ 86 ວັກ 1 ທີ່ໄດ້ລະບຸໄວ້ ວ່າ: ບຸກຄົນຜູ້ໃດຫາກໄດ້ລະເມີດກົດຈະລາຈອນທີ່ພາໃຫ້ ເກີດອຸບັດຕິເຫດ ແລະ ເຮັດໃຫ້ຜູ້ອື່ນຖືກບາດເຈັບ ຈະ ຖືກປັບໃໝ ແຕ່ 50.000 ກີບ ຫາ 300.000 ກີບ.ໃນກໍລະນີທີ່ເປັນການກະທຳຜິດ, ເຊິ່ງພາໃຫ້ມີຄົນບາດເຈັບສາເຫັດ, ເຈັບຫຼາຍຄົນ ຫຼື ເສຍອົງຄະ ຈະຖືກລົງໂທດ ຕັດອິດສະຫຼະພາບ ແຕ່ຫົກເດືອນ ຫາ ສາມປີິ ແລະ ຈະຖືກປັບໃໝ່ ແຕ່ 100.000 ກີບ ຫາ 500.000 ກີບ.
ໃນກໍລະນີິທີ່ເປັນການກະທຳຜິດ ເຊິ່ງພາໃຫ້ມີຄົນເສຍຊີວິດ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ສອງປີ ຫາ ຫ້າປີິ ແລະ ຈະຖືກປັບໃໝ່ແຕ່ 150.000 ກີບ ຫາ 700.000 ກີບ.
ໃນກໍລະນີິທີ່ເປັນການກະທຳຜິດ, ເຊິ່ງພາໃຫ້ມີຄົນເສຍຊີວິດເປັນຈຳນວນຫຼາຍຈະຖືກລົງໂທດ ຕັດອິດສະຫຼະພາບ ແຕ່ຫ້າປີິ ຫາ ສິບປີິ ແລະ ຈະຖືກປັບໃໝ່ແຕ່ 200.000 ກີບ ຫາ 1.000.000 ກີບ.
ດ້ວຍເຫດນີ້, ຄະນະສານອາຍາສານປະຊາຊົນເຂດ 2 ນະຄອນຫຼວງວຽງຈັນ ໄດ້ລົງຄວາມເຫັນວ່າ ທ້າວ ບຸນທັນ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ມີອາຍຸກະສຽນທາງອາຍາແລ້ວ, ສາມາດຮູ້ ແລະ ຄາດຄະເນໄດ້ຕໍ່ ການກະທໍາຜິດຂອງຕົນ ແຕ່ຍ້ອນຄວາມປະໝາດຂາດສະຕິ ຈຶ່ງເປັນສາເຫດຂອງການເກີດອຸບັດຕິເຫດໃນຄັ້ງນີ້ ຈຶ່ງໄດ້ຕັດສິນລົງໂທດປັບໃໝໃຫ້ຈໍາເລີຍເສຍເງິນຄ່າປັບໃໝ 250.000 ກີບ ແລະ ໃຊ້ແທນຄ່າເສຍຫາຍໃຫ້ແກ່ ໂຈດທາງແພງຄືນເປັນເງິນຈຳນວນ 2.500.000 ກີບ ພ້ອມທັງສ້ອມແປງລົດຟໍຈຸນເນີ ຄັນໝາຍເລກທະບຽນ ກຂ 7778 ໄຊຍະບູລີ ໃຫ້ຢູ່ໃນສະພາບເດີມ.