ມາວັນທີ 8 ພຶດສະພາ 2018 ເຈົ້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ໄດ້ນຳເອົາ ທ້າວ ພອນໄຊ ເຊັ້ງວາ ອາຍຸ 25 ປີ ບ້ານປ່າຄາ ເມືອງແອດ ແຂວງຫົວພັນ ໄປສາທິດຄືນເຫດການຄາດຕະກຳເມຍ ປະກອບໃສ່ສຳນວນຄະດີ ເພື່ອກຽມສະຫຼຸບສຳນວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນແຂວງ ສືບຕໍ່ດຳເນີນໄປຕາມຂັ້ນຕອນກົດໝາຍຕໍ່ໄປ.

ເຈົ້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນວັນທີ 11 ກໍລະກົດ 2017 ໄດ້ຮັບແຈ້ງເຫດມີຄົນເສຍຊີວິດຢູ່ບ້ານປ່າຄາ ເມືອງແອດ ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງກວດກາເກັບກໍາຂໍ້ມູນໃນສະຖານທີ່ເກີດເຫດ ພົບເຫັນທ້າວ ພອນໄຊ ຖືພ້ານັ່ງເຝົ້າສົບຂອງນາງ ຈູລີ (ເມຍ) ອາຍຸ 21 ປີ ຈຶ່ງໄດ້ກັກຕົວ ທ້າວ ພອນໄຊ ມາສອບສວນ ເຊິ່ງຜູ້ກ່ຽວສາລະພາບວ່າ: ໃນປີ 2010 ຕົນເອງໄດ້ແຕ່ງດອງກັບ ນາງ ຈູລີ ຢ່າງຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຮີດຄອງປະເພນີ ແລະ ໄດ້ມີລູກນຳກັນ 4 ຄົນ ມາປີ 2017 ໄດ້ມີການຜິດຖຽງກັນຫຼາຍຄັ້ງ ແລະ ຍັງເຄີຍເຮັດບົດບັນທຶກການສຶກສາອົບຮົມຂັ້ນບ້ານ.

ມາມື້ເກີດເຫດໃນວັນທີ 11 ກໍລະກົດ 2017, ຜູ້ກ່ຽວມີອາການເຈັບຫົວຢ່າງຮຸນແຮງ ຈຶ່ງບອກ ນາງ ຈູລີ ຊອກຫາໝໍມາເຮັດຕາມຮີດຄອງດັ່ງເດີມ ເພື່ອຫາຍໄຂ້, ແຕ່ຜູ້ເປັນເມຍບໍ່ຍອມໄປ ພ້ອມທັງເວົ້າວ່າຈະເອົາຜົວໃໝ່ ຈຶ່ງເຮັດໃຫ້ຕົນເອງໂມໂຫແລ້ວຈັບເອົາມີດຢູ່ຝາເຮືອນມາຟັນເຂົ້າບໍລິເວນຄໍເມຍ ເຮັດໃຫ້ເສຍຊີວີດຄາທີ່. ຈາກນັ້ນ, ກໍໄດ້ເອົາຕົວຫຼົບໜີ ພ້ອມກັບມີດທີ່ໃຊ້ກໍ່ເຫດໄປຢູ່ຖຽງໄຮ່ ແລະ ຄິດຂ້າຕົວຕາຍຕາມ ຈຶ່ງໃຊ້ມີດແທງຄໍຕົນເອງ 3 ບາດຈົນໝົດສະຕິ ພໍຕື່ນຂຶ້ນມາ ກໍຄິດກິນແໜງແຄງໃຈຕໍ່ການກະທຳຂອງຕົນ ຈຶ່ງກັບມານັ່ງເຝົ້າສົບເມຍ; ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ຈຶ່ງກັກຕົວໄປນຳເນີນຄະດີ.