ປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງພັກ, ກໍ່ສ້າງພັກ-ພະນັກງານທົ່ວເມືອງໄຊເສດຖາ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ຂຶ້ນໃນວັນທີ 9 ພຶດສະພາ 2018, ເປັນປະທານໂດຍທ່ານ ຖະໜອມ ທຳທອງ ກຳມະການພັກ ນວ ເລຂາພັກເມືອງ ເຈົ້າເມືອງໆໄຊເສດຖາ, ມີບັນດາຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ເລຂາພັກບ້ານ-ນາຍບ້ານທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.

ທ່ານ ຈິດຕະພອນ ອັກຄະວົງ ຫົວໜ້າຄະນະຈັດຕັ້ງເມືອງໄຊເສດຖາ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ປີ 2017 ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນພາຍໃນເມືອງຢ່າງຕໍ່ເນື່ອງ ໂດຍການນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ນວ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງໄຊເສດຖາ ເພື່ອຮັກສາໄດ້ສະຖຽນລະພາບດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ເຊິ່ງຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດຕີລາຄາຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານທົ່ວເມືອງ ປີ 2017 ຄື: ໄດ້ຕີລາຄາໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 70 ໜ່ວຍພັກ, ໜ່ວຍພັກແຂງ 19 ໜ່ວຍພັກ, ມີສະມາຊິກພັກເຂັ້ມແຂງ 1.070 ສະຫາຍ ຍິງ 412 ສະຫາຍ, ແຂງ 391 ສະຫາຍ ຍິງ 139 ສະຫາຍ, ກາງ 19 ສະຫາຍ ຍິງ 4 ສະຫາຍ.

ປີນີ້, ຄະນະພັກເມືອງໄຊເສດຖາ ຈະສືບຕໍ່ປັບປຸງກໍ່ສ້າງພັກ-ພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງດ້ານການຈັດຕັ້ງ, ມີແບບແຜນວິທີນຳພາ ເພື່ອຍົກສູງບົດບາດຄວາມສາມາດນຳພາຂອງພັກ, ໜ່ວຍພັກ ແລະ ຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ-ພະນັກງານໃຫ້ເຂົ້າສູ່ຄຸນນະພາບໃໝ່, ຖືກຕ້ອງສອດຄ່ອງກັບລະບຽບຫຼັກການທີ່ໄດ້ກຳນົດໄວ້, ເດັດຂາດ ແລະ ເຂັ້ມງວດ ຮັບປະກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນກັບສະພາບການ ແລະ ປັບປຸງກົງຈັກການຈັດຕັ້ງຄະນະພັກແຕ່ລະຂັ້ນໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.

ກອງປະຊຸມຄັ້ງນີ້, ຍັງໄດ້ເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນບັນດາມະຕິຕົກລົງຂອງກົມການເມືອງສູນກາງພັກແຕ່ລະເລກທີ ຄື: ເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ມາດຕະຖານຂອງພະນັກງານ-ຄຸ້ມຄອງ; ເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ແຜນການຈັດຕັ້ງຜັນຂະຫຍາຍການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນເມືອງ ຄຸ້ມຄອງບັນດາຫ້ອງການ ແລະ 48 ບ້ານ ທົ່ວເມືອງໄຊເສດຖາ.