ໃນໄລຍະຜ່ານມາ, ສັງເກດເຫັນວ່າ ຜູ້ຄ້າຂາຍຢາເສບຕິດ ມີການລັກລອບເຄື່ອນໄຫວໃນຫຼາຍຮູບແບບ ໂດຍອາໄສສະ ຖານທີ່ປະກອບກິດຈະການຕ່າງໆເປັນບ່ອນເຄື່ອນໄຫວຂາຍ ແລະ ມົ້ວສຸມຢາເສບຕິດ ເປັນຕົ້ນແມ່ນຮ້ານເກມ, ຮ້ານ ສະນຸກເກີ້ ແລະ ສະຖານທີ່ອື່ນໆ ເພື່ອຫຼີກລ່ຽງການຕິດຕາມຂອງເຈົ້າໜ້າທີ່, ແຕ່ເຈົ້າໜ້າທີ່ໄດ້ສຸມໃສ່ລົງກວດກາ ແລະ ຕິດຕາມຈັບຜູ້ຂາຍ, ຜູ້ເສບ ແລະ ຜູ້ໃຫ້ບໍລິການສະຖານທີ່ໄປດຳເນີນຄະດີ ຫຼື ກ່າວຕັກເຕືອນສຶກສາອົບຮົມໄດ້ ຫຼາຍຄົນ. ຫຼ້າສຸດນີ້, ໃນວັນທີ 10 ພຶດສະພາ 2018 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສົມທົບກັບພາກສວນທີ່ກ່ຽວຂ້ອງລົງແກ້ໄຂຄະດີຄ້າຂາຍຢາເສບຕິດຢູ່ຮ້ານເກມແຫ່ງໜຶ່ງຢູ່ເຂດບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ສາມາດຈັບຜູ້ຂາຍ ພ້ອມຜູ້ມົ້ວສຸມໄດ້ທັງໝົດ 34 ຄົນ ພ້ອມຂອງກາງຢາບ້າຈຳນວນ 126 ເມັດ.
ການມ້າງຄະດີດັ່ງກ່າວ, ແມ່ນສືບເນື່ອງຈາກການໃຫ້ຂໍ້ມູນຂອງປະຊາຊົນເຂດດ່ງກ່າວວ່າ: ຮ້ານອິນເຕີເນັດ ຫຼື ຮ້ານເກມຂອງທ້າວ ພູ ທອນ ອາຍຸ 36 ປີ ຢູ່ບ້ານໂພເງິນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມັກມີກຸ່ມໄວ ລຸ້ນຈຳນວນໜຶ່ງທຽວເຂົ້າ-ອອກຫຼິ້ນເກມຢູ່ຮ້ານເກມ ທັງກາງເວັນ ແລະ ຄືນ ສ້າງຄວາມບໍ່ສະຫງົບໃຫ້ກັບປະຊາຊົນ ພ້ອມທັງມີກຸ່ມຄົນບໍ່ດີລັກລອບຊື້-ຂາຍຢາເສບ ແລະ ຮ້ານເກມດັ່ງກ່າວເປັນບ່ອນຄ້າຂາຍ ແລະ ມົ້ວສຸມຢາເສບຕິດ. ຈາກນັ້ນ, ໄດ້ແຕ່ງຕັ້ງໃຫ້ເຈົ້າໜ້າທີ່ວິຊາສະເພາະລົງເກັບກຳກວດກາສະຖານທີ່ດັ່ງກ່າວ ແລະ ເຫັນວ່າມີມູນຄວາມ ຈິງແທ້ ຈຶ່ງໄດ້ນຳກຳລັງເຈົ້າໜ້າທີ່ເຂົ້າມ້າງຄະດີດັ່ງກ່າວ ແລະ ສາມາດກັກຕົວໄດ້ທັງໝົດ 34 ຄົນ; ໃນນີ້, ສາມາດ ຄັດຈອນຜູ້ຂາຍລາຍຍ່ອຍໄດ້ 3 ຄົນຄື: ທ້າວ ຄອນສະຫວັນ ຫຼື ສັ້ນ ອາຍຸ 19 ປີ ຢູ່ບ້ານໂພນສະຫວ່າງ ມີຂອງກາງ ຢາບ້າຈຳນວນ 96 ເມັດ, ທ້າວ ສະຫວັນ ພູວຽງ ອາຍຸ 25 ປີ ຢູ່ບ້ານສ້າງເຫວີຍ ຂອງກາງຈຳນວນ 29 ເມັດ ທັງສອງ ຢູ່ເມືອງສີສັດຕະນາກ ແລະ ທ້າວ ຕ້ອມ ອາຍຸ 22 ປີ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ມີຂອງກາງຢາ ບ້າ 1 ເມັດ ໄປສອບສວນຂະຫຍາຍຜົນ.
ຜ່ານການສອບສວນ, ພວກກ່ຽວສາລະພາບໃນເບື້ອງຕົ້ນວ່າ: ຢາບ້າຈຳນວນດັ່ງກ່າວ ແມ່ນຊື້ຄັ້ງລະ 20-100 ເມັດ ແລ້ວນຳໄປໃຫ້ໄວລຸ້ນທີ່ໄປຫຼິ້ນເກມຢູ່ຮ້ານເກມດັ່ງກ່າວ; ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງສອບສວນເພີ່ມເຕີມກ່ຽວ ກັບທີ່ມາຂອງຢາເສບຕິດ ແລະ ພັກພວກ ຂອງພວກກ່ຽວທີ່ເຄີຍລັກລອບຊື້-ຂາຍຢາເສບຕິດ ແລະ ມົ້ວສຸມຢູ່ໃນ ຮ້ານດັ່ງກ່າວມາດຳເນີນຄະດີ, ສ່ວນຜູ້ເສບຈຳນວນ 31 ຄົນ ເຈົ້າໜ້າທີ່ໄດ້ສຶກສາອົບຮົບກ່າວເຕືອນ ພ້ອມທັງເຜີຍ ແຜ່ຜົນຮ້າຍຂອງຢາເສບຕິດໃຫ້ພວກກ່ຽວໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍການນຳເອົາຮູບພາບຂອງຜົນຮ້າຍຢາເສບ ຕິດປະເພດຕ່າງໆທີ່ອອກລິດຕໍ່ລະບົບປະສາດຂອງຄົນມາສະແດງໃຫ້ພວກກ່ຽວເບິ່ງ ເພື່ອໃຫ້ຜູ້ເສບເຫັນໄດ້ເຖິງຜົນ ຮ້າຍທີ່ຈະຕາມມາ ເປັນຕົ້ນແມ່ນຢາບ້າ, ຝິ່ນ, ກັນຊາ, ເຮ ໂຣອິນ, ໂຄເຄນ, ໄອສ໌ ແລະ ປະເພດອື່ນໆ ທີ່ເສບເຂົ້າໄປ ແລ້ວຈະເກີດອັນຕະລາຍຕໍ່ຈິດປະສາດ, ຕໍ່ຮ່າງກາຍ ແລະ ສະໝອງຖືກທຳລາຍເປັນບ້າເສຍຈິດ, ພ້ອມທັງສົ່ງຜົນ ກະທົບຕໍ່ຄອບຄົວ, ສຳລັບຜູ້ທີ່ຕິດຢາເສບຕິດຮ້າຍແຮງ ເຈົ້າໜ້າທີ່ຈະໄດ້ນຳສົ່ງໄປສູນບັດບຳຢາເສບຕິດ.