ວັນທີ 20 ກັນຍານີ້,  ຫ້ອງຕໍາຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈັດຖະແຫຼງຜົນການດຳເນີນຄະດີຄາດຕະກໍາ ທ້າວ ໄຊຊະນະ ຫຼື ຫຼີຈາວ ເພີງ ອາຍຸ 42 ປີ ນັກທຸລະກິດຈີນ (ເຈົ້າຂອງເທັກ ຕີ່ຮາວ) ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ໃນຄັ້ງວັນທີ 12 ສິງຫາຜ່ານມາ, ພາຍຫຼັງທີ່ສາມາດຕິດຕາມຈັບຜູ້ຖືກຫາ ລວມທັງຜູ້ບົງການໄດ້ທັງໝົດ 4 ຄົນ ພ້ອມອາວຸດທີ່ໃຊ້ເຂົ້າໃນການກໍ່ເຫດໃນຄັ້ງນີ້ ລວມມີມີດ ແລະ ປືນສັ້ນ 2 ກະບອກ ແລະ ເກັບກູ້ຊັບສິນທີ່ຜູ້ຖືກຫາເອົາໄປ ຄືນມາໄດ້. ສ່ວນສາເຫດ ແລະ ແຮງຈູງໃຈຂອງການກໍ່ເຫດຄາດຕະກຳ ແມ່ນເກີດຈາກຂໍ້ຂັດແຍ່ງດ້ານທຸລະກິດ.

ພັທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ

ພັທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ຖະແຫຼງໃຫ້ຮູ້ວ່າ: ຫຼັງຈາກໄດ້ຮັບແຈ້ງເຫດຄາດຕະກຳດັ່ງກ່າວ ໃນເວລາ 11:00 ໂມງ ຂອງວັນທີ 12 ສິງຫາ 2018 ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາເກັບກຳຂໍ້ມູນຫຼັກຖານໃນຈຸດເກີດເຫດ ພົບຜູ້ເສຍຊີວິດ ຊື່ ທ້າວ ໄຊຊະນະ ຫຼື ຫຼີຈາວ ເພີງ ອາຍຸ 42 ປີ ເຊື້ອຊາດຈີນ ສັນຊາດລາວ ອາຊີບນັກທຸລະກິດ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຈາກ ການຊັນນະສູດຊາກສົບເຫັນວ່າຜູ້ ເສຍຊີວິດຖືກວັດຖຸມີຄົມແທງເຂົ້າດ້ານຫຼັງ ຈຳນວນ 3 ຮອຍ ແລະ ຄົນຮ້າຍໄດ້ຄົ້ນເອົາຊັບສິນຢູ່ພາຍໃນຕູ້ເຊບຫຼົບໜີ.

ຍາດພີ່ນ້ອງຂອງຜູ້ຕາຍ ແລະ ເງິນຂອງກາງທີ່ຖືກລັກໄປ

ຜ່ານການເກັບກຳຂໍ້ມູນ ແລະ ກວດກາພາບຈາກກ້ອງວົງຈອດປິດໃນຂອບເຂດດັ່ງກ່າວ ພົບວ່າ: ໃນເວລາປະມານ 4:23 ໂມງ ຂອງວັນທີ 12 ສິງຫາ ໄດ້ມີຄົນຮ້າຍ 2 ຄົນ ໃສ່ຊຸດດໍາເຂົ້າໄປໃນເຮືອນຂອງຜູ້ເສຍຊີວິດ ຈົນຮອດ ວລາ 7:12 ໂມງ ຂອງວັນດຽວກັນ ກໍເຫັນຄົນຮ້າຍທັງ 2 ຄົນ ປີນອອກຈາກຮົ້ວກໍາແພງເຮືອນຫຼັງດັ່ງກ່າວ ເຊິ່ງຄົນຮ້າຍທັງສອງໄດ້ຖືກະເປົາສີດໍາ 3 ໜ່ວຍ ອອກໄປພ້ອມ. ແລ້ວຍ່າງໄປເອົາລົດຈັກທີ່ຈອດໄວ້ຫ່າງຈາກບ່ອນເກີດເຫດ ປະມານ 100 ແມັດ. ໂດຍພວກກ່ຽວຂັບຂີ່ລົດມຸ່ງໜ້າໄປທາງຕະຫຼາດສີໄຄ ແລ້ວລ້ຽວຂວາໄປຕາມເສັ້ນທາງ 13 ເໜືອ ແລະ ລ້ຽວຊ້າຍເຂົ້າໄປທາງບ້ານທົ່ງປົ່ງ ກາຍໄປ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ແລະ ໄດ້ຈອດລົດຖິ້ມປະໄວ້ຢູ່ໃນເດີ່ນຫຍ້າໃກ້ເຮືອນປະຊາຊົນ ແລ້ວຫຼົບໜີ.

ເສີມໜ້າຜູ້ກໍ່ເຫດທັງ 2 ຄົນ

ມາວັນທີ  21 ສິງຫາ, ເຈົ້າໜ້າທີ່ໄດ້ນໍາເອົາລົດຈັກຄັນດັ່ງກ່າວໄປກວດກາ ຈຶ່ງຮູ້ວ່າລົດແມ່ນຖືກຂາຍອອກຈາກຮ້ານຂາຍລົດມືສອງ ທີ່ບ້ານໜອງແຕ່ງ ໃນວັນທີ 17 ກໍລະກົດ ໂດຍມີຄົນຈີນ 2 ຄົນ ເປັນຜູ້ຊື້. ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ກວດກາຫາບຸກຄົນທັງ 2 ຄົນ ຊື່ ທ້າວ ຊີງ ຢົງ ອາຍຸ 44 ປີ ແລະ ທ້າວ ເຊີນເພີງເຟີ້ງ ອາຍຸ 34 ປີ ພົບວ່າ: ພວກກ່ຽວໄດ້ເດີນທາງອອກຈາກປະເທດລາວ ກັບໄປ ສປ ຈີນ ແລ້ວ. ຫຼັງຈາກນັ້ນ, ກໍໄດ້ປະສານໃຫ້ເຈົ້າໜ້າທີ່ຕໍາຫຼວດແຂວງຫູໜານ ສປ ຈີນ ຕິດຕາມກັກຕົວພວກກ່ຽວໄດ້ ໃນວັນທີ 31 ສິງຫາ 2018.

ການຈັບກຸມຕົວຜູ້ກໍ່ເຫດ

ຜ່ານການສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ແຂວງຫູໜານ ຈຶ່ງຮູ້ວ່າ: ພາຍຫຼັງຄາດຕະກໍາ ທ້າວ ໄຊຊະນະ ແລ້ວກໍເອົາມີດ 2 ດວງ ພ້ອມປືນສັ້ນ 2 ກະບອກ ທີ່ໃຊ້ໃນການກໍ່ເຫດ ແລະ ເງິນທີ່ເອົາໄປລວມມີເງິນກີບ ຈໍານວນ 150.000.000 ກີບ, ເງິນຢວນ 560.000 ຢວນ, ເງິນບາດ 58.200 ບາດ, ເງິນດົງ 5.322.000 ດົງ, ເງິນໂດລາຮົງກົງ 47.210 ຮົງກົງ ແລະ ເງິນອື່ນໆຈໍານວນໜຶ່ງໄປຊຸກເຊື່ອງໄວ້ຢູ່ໃນປ່າ ເຂດບ້ານໂພນສົມບູນ ເມືອງສີໂຄດຕະບອງ ແລະ ໄດ້ຊັດທອດເຖິງຜູ້ບົງການ 2 ຄົນ ຊື່ ທ້າວ ເຕີງ ຈືຫຼີງ ແລະ ທ້າວ ຖັງ ອີ່ຊຸ້ຍ ເຊື້ອຊາດ-ສັນຊາດຈີນ ເຮັດທຸລະກິດຢູ່ ສປປ ລາວ ພັກເຊົາຢູ່ອາພາດເມັນທີ່ຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ.

ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດ

ມາຮອດວັນທີ 2 ກັນຍານີ້ ໄດ້ສົມທົບກັບ ຕຳຫຼວດ ສປ ຈີນ ຈັບຕົວພວກກ່ຽວ; ຈາກການສອບສວນທັງສອງຄົນໃນເບື້ອງຕົ້ນ ພົບວ່າ: ມີການພົວພັນກັບເຫດການຄາດຕະກໍາດັ່ງກ່າວ.

ການສົ່ງມອບເງິນຄືນໃຫ້ກັບຍາດຂອງຜູ້ຕາຍ

ປັດຈຸບັນ, ເຈົ້າໜ້າທີ່ ຈະໄດ້ສອບສວນໃຫ້ລະອຽດຕື່ມອີກ ເພື່ອສືບຕໍ່ດໍາເນີນຄະດີໄປຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ເອກະສານການເດີນທາງຂອງຜູ້ກໍ່ເຫດ 1
ເອກະສານການເດີນທາງຂອງຜູ້ກໍ່ເຫດ 2