ໃນ 3 ວັນຜ່ານມາ (14-16 ເມສາ 2019), ເປັນການສະຫຼອງບຸນປີໃໝ່ລາວ ພສ 2562 ທົ່ວປະເທດ ມີອຸບັດຕິເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 198 ຄັ້ງ, ພາຫະນະເປ່ເພ 329 ຄັນ, ຄົນໄດ້ຮັບບາດເຈັບ 341 ຄົນ ແລະ ເສຍຊີວິດທັງໝົດ 28 ຄົນ; ໃນນັ້ນ, ແຂວງທີ່ເສຍຊີວິດຫຼາຍກວ່າໝູ່ແມ່ນ ແຂວງວຽງຈັນ, ຮອງລົງມາແມ່ນ ນະຄອນຫຼວງວຽງຈັນ.
ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ເມສາ 2019 ວ່າ:
ໃນໄລຍະ 3 ວັນ ຂອງການສະຫຼອງບຸນປີໃໝ່ລາວ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ198 ຄັ້ງ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຖືວ່າຫຼຸດລົງ 9 ຄັ້ງ;
ຈາກອຸບັດຕິເຫດທີ່ເກີດຂຶ້ນ ສົ່ງຜົນເຮັດໃຫ້ພາຫະນະເປ່ເພ ທັງໝົດ 329 ຄັນ, ຄົນໄດ້ຮັບບາດເຈັບ 341 ຄົນ ແລະ ເສຍຊີວິດທັງໝົດ 28 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຜູ້ເສຍຊີວິດຫຼຸດລົງ 1 ຄົນ.
ສໍາລັບແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ: ແຂວງຈໍາປາສັກ ເກີດຂຶ້ນ 28 ຄັ້ງ, ແຂວງສະຫວັນນະເຂດ ເກີດຂຶ້ນ 22 ຄັ້ງ, ນະຄອນຫຼວງວຽງຈັນ ເກີດຂຶ້ນ 20 ຄັ້ງ;
ສ່ວນແຂວງທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ແມ່ນ: ແຂວງວຽງຈັນ ມີຜູ້ເສຍຊີວິດທັງໝົດ 6 ຄົນ, ນະຄອນຫຼວງວຽງຈັນ 5 ຄົນ, ຫົວພັນ ແລະ ສະຫວັນນະເຂດ ແຂວງລະ 3 ຄົນ;
ສາເຫດທີ່ພາໃຫ້ເກີດອຸບັດຕິເຫດແມ່ນ ມາຈາກການໃຊ້ຄວາມໄວເກີນ ມີສູງເຖິງ 75 ກໍລະນີ ເສຍຊີວິດ 13 ຄົນ, ດື່ມສິ່ງມືນເມົາ 62 ກໍລະນີ ເສຍຊີວິດ 11 ຄົນ, ປ່ຽນທິດທາງ 18 ກໍລະນີ ເສຍຊີວິດ 3 ຄົນ ແລະອື່ນໆ.
ໃນພິທີ, ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຍັງໄດ້ຖະແຫຼງຕື່ມອີກ ວ່າ:
ໃນໄລຍະປີໃໝ່ລາວ, ພະແນກຕໍາຫຼວດຈະລາຈອນ ໄດ້ສຸມໃສ່ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຕັ້ງຈຸດກວດກາຢູ່ພາຍໃນນະຄອນຫຼວງ ຢ່າງຕັ້ງໜ້າ ດ້ວຍການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ແຕ່ກໍປັດສະຈາກບໍ່ໄດ້ບັນຫາອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ; ໃນວັນທີ 14-16 ເມສາ ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ທັງໝົດ 20 ຄັ້ງ, ພາຫະນະເປ່ເພ 40 ຄັນ, ຄົນໄດ້ຮັບບາດເຈັບ 29 ຄົນ ແລະ ເສຍຊີວິດ 5 ຄົນ; ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ອຸບັດຕິເຫດຫຼຸດລົງ 4 ຄັ້ງ ແລະ ຜູ້ເສຍຊີວິດຫຼຸດລົງ 1 ຄົນ.