ເຈົ້າໜ້າທີ່ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລົງຕັ້ງຈຸດກວດກາການສັນຈອນ ແລະ ຈັບຄວາມໄວຢູ່ເສັ້ນທາງເລກທີ 13 ເໜືອ ແລະ ເສັ້ນທາງເລກທີ 13 ໃຕ້

ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562, ເຈົ້າໜ້າທີ່ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລົງຕັ້ງຈຸດກວດກາການສັນຈອນ ແລະ ຈັບຄວາມໄວຢູ່ເສັ້ນທາງເລກທີ 13 ເໜືອ ແລະ ເສັ້ນທາງເລກທີ 13 ໃຕ້ ມາແຕ່ວັນທີ 9-16 ເມສາ 2019 ຈັບຄວາມໄວຂອງລົດທັງໝົດ 1.232 ຄັນ ພົບນັກຂັບຂີ່ລະເມີດດ້ວຍການໃຊ້ຄວາມໄວເກີນ 579 ຄັນ.

ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ຜູ້ຊີ້ນໍາວຽກງານກວດກາການປະຕິບັດກົດໝາຍ ກ່າວວ່າ:

ໃນໄລຍະປີໃໝ່ລາວນີ້, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ໄດ້ສຸມໃສ່ຕັ້ງຈຸດກວດກາຍານພາຫະນະ, ຜູ້ຂັບຂີ່ ແລະ ເອກະສານການນໍາໃຊ້ພາຫະນະ, ການບັນທຸກຂົນສົ່ງສິນຄ້າ, ການຂົນສົ່ງໂດຍສານເກີນ, ຄວາມໄວ, ທາດເຫຼົ້າ, ບໍ່ໃສ່ໝວກກັນກະທົບ, ບໍ່ຮັດສາຍແອວນິລະໄພ ແລະອື່ນໆ ຢູ່ຕາມເສັ້ນທາງເລກທີ 13 ເໜືອ ແຕ່ຂອບເຂດນະຄອນຫຼວງວຽງຈັນ-ວັງວຽງ ແລະ ເສັ້ນທາງເລກທີ 13 ໃຕ້ ແຕ່ຂອບເຂດ ນະຄອນຫຼວງວຽງຈັນ-ບໍລິຄໍາໄຊ.

ມາແຕ່ວັນທີ 9-16 ເມສາ 2019 ຜ່ານການປະຕິບັດໜ້າທີ່ ພົບນັກຂັບຂີ່ລະເມີດກົດລະບຽບຈະລາຈອນທັງໝົດ 801 ຄັນ ເຊິ່ງໃນນີ້ພົບວ່າ:

ຄວາມໄວເກີນ 579 ຄັນ, ບໍ່ມີໃບຂັບຂີ່ 47 ຄັນ, ບໍ່ຖືໃບຂັບຂີ່ 18 ຄັນ, ບໍ່ຖືທະບຽນ 2 ຄັນ, ທະບຽນໝົດກໍານົດ 8 ຄັນ, ເຕັກນິກໝົດກໍານົດ 11 ຄັນ, ບໍ່ກວດກາເຕັກນິກ 7 ຄັນ, ຂົນສົ່ງບໍ່ຖືກຕ້ອງ 2 ຄັນ, ບໍ່ມີໃບອາກອນ 5 ຄັນ, ບໍ່ມີໃບອະນຸຍາດດໍາເນີນທຸລະກິດ 3 ຄັນ, ໃສ່ເຄື່ອງສູງເກີນ 15 ຄັນ, ບັນທຸກຄົນເກີນ 6 ຄັນ, ບໍ່ມີປະກັນໄພ 16 ຄັນ, ບໍ່ເສຍຄ່າທາງ 79 ຄັນ ແລະ ບໍ່ມີໃບອະນຸຍາດແລ່ນລົດ 3 ຄັນ.

ຕໍ່ກັບຜູ້ລະເມີດກົດລະບຽບຈະລາຈອນດັ່ງກ່າວ, ສ່ວນຫຼາຍແມ່ນພະນັກງານ 188 ຄົນ, ທະຫານ 106 ຄົນ, ຕໍາຫຼວດ 91 ຄົນ, ປະຊາຊົນ 82 ຄົນ, ກໍາມະກອນ 71 ຄົນ, ຄ້າຂາຍ 147 ຄົນ, ນັກຮຽນ-ສຶກສາ 13 ຄົນ ແລະ ຊາວຕ່າງປະເທດ 103 ຄົນ; ຜ່ານການກວດກາ ພົບເຫັນນັກຂັບຂີ່ລະເມີດກົດລະບຽບດັ່ງກ່າວນັ້ນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນກັບທີ່ ໄດ້ທັງໝົດ 387 ຄົນ, ຂຽນບິນປັບໃໝ 100 ໃບ, ຂຽນໃບສັ່ງໃຫ້ 314 ໃບ, ກັກໃບຂັບຂີ່ໄດ້ 201 ໃບ ແລະ ທະບຽນລົດໄດ້ 113 ໃບ.