ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ

ໄລຍະການສະຫຼອງບຸນປີໃໝ່ລາວ ພສ 2562, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລົງຕັ້ງຈຸດກວດກາຍານພາຫະນະ, ຈັບຄວາມໄວ ແລະ ກວດກາທາດເຫຼົ້າ ຢູ່ຕາມເສັ້ນທາງຕ່າງໆ ທັງໝົດ 7 ຈຸດ ໃນວັນທີ 14-16 ເມສາ 2019; ຜ່ານການປະຕິບັດໜ້າທີ່ ພົບນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ທັງໝົດ 188 ຄົນ ໃນນີ້ດື່ມສິ່ງມຶນເມົາແລ້ວຂັບຂີ່ ມີທາດເຫຼົ້າເກີນກໍານົດ ຢູ່ທີ່ 38 ຄົນ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວຕໍ່ສື່ມວນຊົນ ໃນວັນທີ 18 ເມສາ 2019 ວ່າ:

ການປະຕິບັດໜ້າທີ່ຂອງ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ
“ການປະຕິບັດໜ້າທີ່ຂອງ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ”

ໃນໄລຍະເທດສະການສະຫຼອງບຸນປີໃໝ່ລາວ ພສ 2562, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລົງຕັ້ງຈຸດກວດກາຍານພາຫະນະ, ຈັບຄວາມໄວ ແລະ ກວດກາທາດເຫຼົ້້າ ຢູ່ຕາມເສັ້ນທາງຕ່າງໆພາຍໃນຕົວເມືອງ ແລະ ເທດສະບານ ທັງໝົດ 7 ຈຸດ ຄື:

  • ຖະໜົນທ່າເດື່ອ ບໍລິເວນໜ້າສວນວັດທະນະທໍາ
  • ເສັ້ນທາງ 450 ປີ ບໍລິເວນຈຸດ 4 ແຍກນາຄວາຍ
  • ເສັ້ນທາງ 13 ໃຕ້ ບໍລິເວນໜ້າສະໜາມກິລາຫຼັກ 16, ເສັ້ນທາງເລກ 10 ເຂດບ້ານທ່າງ່ອນ
  • ເສັ້ນທາງເລກທີ  13 ເໜືອ ເຂດບ້ານໜອງຄັນຄູ
  • ເສັ້ນທາງເລກທີ 11 ເຂດບ້ານອ່າງໃຫຍ່
  • ເສັ້ນທາງນາຄູນນ້ອຍ ຫາເຂດທ່າງ່ອນ
ການກວດທາດເຫຼົ້າ
“ການກວດທາດເຫຼົ້າ”

ຜ່ານການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ ສາມາດກວດພົບນັກຂັບຂີ່ລະເມີດທັງໝົດ 188 ຄົນ ໃນນີ້ລະເມີດດ້ານຄວາມໄວເກີນ 57 ຄົນ, ດື່ມສິ່ງມຶນເມົາທີ່ມີທາດເຫຼົ້້າເກີນ 0,25 ມິນລີກຼາມ ແລ້ວຂັບຂີ່ລົດ 38 ຄົນ ແລະ ອື່ນໆ.

ຕໍ່ກັບບັນຫາດັ່ງກ່າວທີ່ນັກຂັບຂີ່ລະເມີດນີ້, ເຈົ້າໜ້າທີ່ ສຶກສາອົບຮົມກັບທີ່ໄດ້ 137 ຄົນ, ຂຽນໃບສັ່ງໃຫ້ 51 ຄົນ, ກັກເອກະສານລົດໄດ້ 52 ໃບ ແລະ ກັກລົດ 1 ຄັນ.

ນອກຈາກການກວດກາແລ້ວຢູ່ ນະຄອນຫຼວງວຽງຈັນ ແລ້ວ ຍັງມີອຸບັດຕິເຫດເກີດຂຶ້ນ ໃນໄລຍະປີໃໝ່ລາວ ເຊິ່ງເລີ່ມແຕ່ວັນທີ 14-16 ເມສາ ຜ່ານມາ ເກີດຂຶ້ນທັງໝົດ 20 ຄັ້ງ, ສົ່ງຜົນເຮັດໃຫ້ພາຫະເປ່ເພ ຈໍານວນ 40 ຄັນ, ຄົນໄດ້ຮັບບາດເຈັບ 29 ຄົນ ແລະ ເສຍຊີວິດທັງໝົດ 5 ຄົນ.

ສ່ວນເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ ແມ່ນ: ເມືອງສີໂຄດຕະບອງ ເກີດຂຶ້ນ 7 ຄັ້ງ, ເມືອງໄຊທານີ 4 ຄັ້ງ, ເມືອງໄຊເສດຖາ, ເມືອງນາຊາຍທອງ ແລະ ເມືອງຈັນທະບູລີ ເມືອງລະ 2 ຄັ້ງ, ເມືອງຫາດຊາຍຟອງ, ເມືອງປາກງື່ມ ແລະ ເມືອງສັງທອງ ເມືອງລະ 1 ຄັ້ງ, ສ່ວນເມືອງສີສັດຕະນາກ ບໍ່ມີອຸບັດຕິເຫດເກີດຂຶ້ນ.