ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຜົນງານ ໃນໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາຜຸຍ ສິງດາລາ ເລຂາພັກບ້ານ ນາຍບ້ານໆນາຄູນນ້ອຍ, ມີ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງໆນາຊາຍທອງ ແລະ ພັທ ພິລາວັນ ທະນົງໄຊ ຫົວໜ້າ ປກສ ກຸ່ມ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ນາງ ຄໍາຜຸຍ ສິງດາລາ ກ່າວວ່າ:

ໃນໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກບ້ານ ໄດ້ເອົາໃຈໃສ່ຊີ້ນໍາວຽກງານ-ນໍາພາວຽກງານ ອົງການຈັດຕັ້ງມະຫາຊົນ ຢູ່ພາຍໃນບ້ານ ເພື່ອສ້າງຄວາມສາມັກຄີ ແລະ ປອງດອງກັບປະຊາຊົນທຸກຊົນເຜົ່າ ທັງເປັນເຈົ້າການປຸກລະດົມຂົນຂວຍໃຫ້ມະຫາຊົນ ແລະ ການຈັດຕັ້ງສັງຄົມເປັນກຳລັງແຮງ ໃນການພັດທະນາພື້ນຖານເສດຖະກິດຢູ່ພາຍໃນ ກໍຄືແຕ່ລະຄອບຄົວໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ໃນການນໍາພາປະຊາຊົນກ້າວຂຶ້ນສູ່ຄວາມຮັ່ງມີ ແລະ ເຂັ້ມແຂງເທື່ອລະກ້າວ.

ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ຄຽງຄູ່ກັນນັ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ກອງບັນຊາການ ປກສ ເມືອງ ແລະ ກອງບັນຊາການທະຫານເມືອງ ທີ່ຍາມໃດກໍຊ່ວຍໃນການບໍາລຸງຫັດແອບສິລະປະຍຸດ, ຍຸດທະວິທີໃນການເຄື່ອນໄຫວວຽກງານຂອງສອງກໍາລັງ ຢູ່ຂັ້ນບ້ານ ເຮັດໃຫ້ຕາໜ່າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີການເຄື່ອນໄຫວຢ່າງແຂງແຮງ ພ້ອມທັງມີຜົນສໍາເລັດຫຼາຍດ້ານ ເຮັດໃຫ້ ປກສ ບ້ານ ໄດ້ຮັບນາມມະຍົດປະເພດແຂງ 8 ສະຫາຍ, ກາງ 8 ສະຫາຍ, ປກຊ ບ້ານ ປະເພດແຂງ 7 ສະຫາຍ ແລະ ປະເພດກາງ 13 ສະຫາຍ.

ທິດທາງແຜນການໃນຕໍ່ໜ້າ, ຄະນະໜ່ວຍພັກບ້ານ ຈະສືບຕໍ່ເອົາໃຈໃສ່ໃກ້ຊິດຕິດແທດວຽກງານດັ່ງກ່າວ ໃຫ້ດີຂຶ້ນກວ່າເກົ່າ ໂດຍປະສານສົມທົບກັບ ສອງກອງບັນຊາການເມືອງ ເພື່ອຝຶກອົບຮົມບໍາລຸງພາລະບົດບາດສິດ ແລະ ໜ້າທີ່ຂອງກຳລັງ ປກຊ-ປກສ ຂັ້ນບ້ານ ພ້ອມນໍາພາສ້າງແຜນປ້ອງກັນຂັ້ນບ້ານ ເພື່ອຮອງຮັບສະພາບທີ່ຈະເກີດຂຶ້ນໃນຕໍ່ໜ້າ ແລະ ຍາວນານ, ສາມາດແກ້ໄຂໄດ້ທ່ວງທັນກັບສະພາບການທີ່ເກີດຂຶ້ນຢູ່ຂັ້ນບ້ານ ເພື່ອເກັບກໍາຂໍ້ມູນ ແລະ ລາຍງານຕາມສາຍວິຊາສະເພາະ.

ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ
ພໍ່ແມ່-ປະຊາຊົນພາຍໃນບ້ານ ທີ່ມາເຂົ້າຮ່ວມ

ໃນຕອນທ້າຍ, ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ນາຍບ້ານຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 7 ສະຫາຍ, ເລືອກເອົາ 1 ສະຫາຍ, ຜ່ານການປ່ອນບັດ ເລືອກໄດ້ ທ່ານ ນາງ ຄໍາຜຸຍ ສິງດາລາ ເປັນນາຍບ້ານ, ສ່ວນຮອງ ແລະ ຄະນະທີ່ມີຢູ່ແລ້ວແມ່ນ ຮັກສາໄວ້ຄືເກົ່າ.