ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ( ສຊປລ ) ໄດ້ຈັດກິດຈະກຳແຂ່ງຂັນສຽງແຄນ, ຟ້ອນ ແລະ ເຕັ້ນ ຂຶ້ນໃນອາທິດທີ່ຜ່ານມາ ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 14 ເມສາ 1955-14 ເມສາ 2019 ) ເຂົ້າຮ່ວມຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການ ສຊປລ ພ້ອມດ້ວຍແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມ ອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ການຈັດກິດຈະກຳແຂ່ງຂັນໃນຄັ້ງນີ້ ມີຜູ້ເຂົ້າແຂ່ງຂັນທັງໝົດ 27 ທີມ ໂດຍມີການເປົ່າແຄນ, ຟ້ອນ ແລະ ເຕັ້ນ ເຊິ່ງມາດຖານຂອງຜູ້ເຂົ້າແຂ່ງຂັນ ຕ້ອງເປັນຊາວໜຸ່ມຍິງ-ຊາຍນັກສຶກສາ ແລະ ຊາວໜຸ່ມທົ່ວໄປທີ່ມີອາຍຸໃນລະຫວ່າງ 15-35 ປີ; ການເປົ່າແຄນ ຕ້ອງສາມາດເປົ່າສະແນນ, ລາຍລ່ອງ, ລາຍສ່ອຍ, ລາຍແມ່ຮ້າງກ່ອມລູກ ແລະ ຕ້ອງບໍ່ແມ່ນນັກເປົ່າແຄນມືອາຊີບ ເຊິ່ງກຳນົດການເປົ່າແມ່ນ ບໍ່ໃຫ້ກາຍ 4 ນາທີ; ບົດຟ້ອນຕ້ອງມີເນື້ອໃນສ່ອງແສງເຖິງ ການອະນຸລັກວັດທະນະທໍາ ແລະ ກໍານົດບໍ່ໃຫ້ກາຍ 4 ນາທີ, ຈໍານວນນັກຟ້ອນແມ່ນ ບໍ່ໃຫ້ເກີນ 15 ຄົນ ແລະ ໃນການເຕັ້ນ ຄວາມຍາວຂອງການເຕັ້ນ ກໍບໍ່ໃຫ້ກາຍ 4 ນາທີ ເຊັ່ນດຽວກັນ ແລະ ຈໍານວນນັກເຕັ້ນຕ້ອງເປັນທີມ 10 ຄົນ ລົງມາ.

ຜ່ານການແຂ່ງຂັນ, ຜູ້ຊະນະເລີດ ລາງວັນທີ 1 ລາຍການຟ້ອນ ໄດ້ແກ່ທີມ ມສ ເພຍວັດ ມາໃນບົດເພງ ວຽງຈັນ-ວຽງໃຈ ໄດ້ຮັບເງິນສົດຈໍານວນ 1 ລ້ານກີບ ພ້ອມຂັນລາງວັນ 1 ໜ່ວຍ; ທີ 2 ທີມ ມສ ດ່ານຊ້າງ ໃນການເຊີ້ງບຸນບັ້ງໄຟ ແມ່ນໄດ້ຮັບເງິນສົດ 8 ແສນກີບ ພ້ອມຂັນລາງວັນ ແລະ ທີ 3 ທີມມ່ວນແທ້ບ້ານເຮົາ ແມ່ນການຟ້ອນກະຕິບເຂົ້າ ໄດ້ຮັບເງິນສົດຈໍານວນ 5 ແສນກີບ ພ້ອມຂັນລາງວັນ.

ຜູ້ຊະນະເລີດ ລາງວັນທີ 1 ລາຍການເປົ່າແຄນ ໄດ້ແກ່ ທ້າວ ເທພະສອນ ເພັດສະໝອນ ເປົ່າເພງນ້ອງອ່ານໜັງສື ຈາກວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ຮັບເງິນສົດຈໍານວນ 5 ແສນກີບ ພ້ອມຂັນລາງວັນ 1 ໜ່ວຍ, ທີ 2 ນາງ ສົມສຸດາ ເທບສຸວັນ ເປົ່າເພງລໍາຕັ້ງຫວາຍ ຈາກສະໂມສອນດ່ານຊ້າງ ໄດ້ຮັບເງິນສົດ 3 ແສນກີບ ພ້ອມຂັນລາງວັນ ແລະ ລາງວັນທີ 3 ທ້າວ ສີສະຫວ່າງ ໄຊຍະວົງ ເປົ່າລາຍໃຫຍ່ແມ່ຮ້າງກ່ອມລູກ ຕົວແທນບ້ານດອນໜູນ ໄດ້ຮັບເງິນສົດ 2 ແສນກີບ ພ້ອມຂັນລາງວັນ.

ຜູ້ຊະນະເລີດ ລາງວັນທີ 1 ລາຍການເຕັ້ນ ໄດ້ແກ່ທີມ Gorious ໄດ້ຮັບເງິນສົດຈໍານວນ 1 ລ້ານກີບ ພ້ອມຂັນລາງວັນ 1 ໜ່ວຍ; ທີ 2 ທີມ HerJunior ແມ່ນໄດ້ຮັບເງິນສົດ 8 ແສນກີບ ພ້ອມຂັນລາງວັນ ແລະ ທີ 3 ທີມ Rag narok  ໄດ້ຮັບເງິນສົດຈໍານວນ 5 ແສນກີບ ພ້ອມຂັນລາງວັນ.