ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງວຽກງານຈຸດສຸມ ໃນປີ 2023 ຂອງຄະນະກຳມະການ ໄອຍະການປະຊາຊົນສູງສຸດ ຊຸດທີ II ຈັດຂຶ້ນໃນວັນທີ 24 ມັງກອນ 2023, ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານຄະນະກຳມະການໄອຍະການປະຊາຊົນສູງສຸດ, ມີບັນດາຮອງປະທານ, ຄະນະກຳມະການໄອຍະການປະຊາຊົນສູງສຸດ ແລະ ກອງເລຂາ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນ 1 ປີຜ່ານມາ ຂອງຄະນະກຳມະການ ໄອຍະການປະຊາຊົນສູງສຸດ ຊຸດທີ II ໂດຍຍົກໃຫ້ເຫັນດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ກຳນົດວຽກງານຈຸດສຸມ ໃນປີ 2023 ຄື:

ໄດ້ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ມະຕິກອງປະຊຸມວຽກງານ ໄອຍະການປະຊາຊົນ ທົ່ວປະເທດ ປະຈຳປີ 2022 ແລະ ມະຕິກອງປະຊຸມວຽກງານຕິດຕາມກວດກາທົ່ວໄປ ທົ່ວປະເທດ ຄັ້ງທີ I ໃຫ້ປະກົດຜົນເປັນຈິງ.

ໄດ້ສ້າງກົນໄກປະສານງານກັບ ບັນດາກະຊວງ-ອົງການ, ສ້າງ ແລະ ປັບປຸງນິຕິກຳຈຳນວນໜຶ່ງໃຫ້ສຳເລັດ ເປັນຕົ້ນແມ່ນ ຂໍ້ກຳນົດຂອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍ ຈັນຍາບັນ-ຈັນຍາທຳ ຂອງພະນັກງານໄອຍະການປະຊາຊົນ, ສືບຕໍ່ປັບປຸງພາລະບົດບາດຂອງ ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ກ່ຽວກັບ ການດໍາເນີນຄະດີປົກຄອງ.

ໄດ້ຫັນລົງສູ່ຮາກຖານ, ລົງເຄື່ອນໄຫວວຽກງານກັບບັນດາຄະນະພັກແຂວງ ເພື່ອສ້າງແຜນພະນັກງານນຳພາ-ຄຸ້ມຄອງ, ປະກາດສ້າງຕັ້ງ ຫ້ອງການອົງການໄອຍະການປະຊາຊົນເຂດ ປະຈຳເມືອງ ບ່ອນທີ່ມີເງື່ອນໄຂສຸກງອມ, ກະກຽມເນື້ອໃນບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ສະຫຼຸບວຽກງານການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2023.

ໄດ້ກະກຽມແຜນການ ແລະ ເນື້ອໃນກອງປະຊຸມ 4 ພາກສ່ວນ ກ່ຽວກັບ ການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VII ທີ່ອົງການໄອຍະການປະຊາຊົນສູງສຸດ ເປັນເຈົ້າພາບ, ສືບຕໍ່ປະສານສົມທົບການຮ່ວມມືກັບ ເພື່ອນມິດຍຸດທະສາດ, ພາກພື້ນ ແລະ ສາກົນ ແລະ ເພີ່ມທະວີການຮ່ວມມືກັບອົງການຈັດຕັ້ງສາກົນ.

ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາຄະນະກໍາມະການ ໄອຍະການປະຊາຊົນສູງສຸດ ທີ່ຮັບຜິດຊອບຢູ່ແຕ່ລະກົມ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນຈິດໃຈບົດສະຫຼຸບ ແລະ ບັນດາວຽກງານຈຸດສຸມໃນປີ 2023 ຢ່າງເລິກເຊິ່ງ, ຫັນເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ນອກນັ້ນ, ກໍຕ້ອງເພີ່ມທະວີໃນການຊີ້ນໍາ-ນໍາພາຂອງ ຄະນະກໍາມະການ ໄອຍະການປະຊາຊົນສູງສຸດ ຢ່າງມີຈຸດສຸມແທດເຖິງຕໍ່ການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ ແລະ ພະນັກງານ, ເອົາໃຈໃສ່ຕິດຕາມ, ຊຸກຍູ້ບັນດາວຽກງານປິ່ນອ້ອມ, ສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວວຽກງານໃຫ້ດີ ແລະ ທັນເວລາ ເພື່ອເຮັດໃຫ້ການດໍາເນີນຄະດີໄປຕາມກົດໝາຍ ແລະ ລະບຽບຫຼັກການ, ຮັບປະກັນໃຫ້ການດໍາເນີນຄະດີໄປຕາມຂະບວນການຍຸຕິທຳ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.