ໜ້າຫຼັກ Tags ທ່ານ ທອງລຸນ ສີສຸລິດ

Tag: ທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກຳປູເຈຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົອ ວົງ ປິເຊນ ຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງຣາຊາອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ວັນທີ 19 ກັນຍາ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ກັນຍາ...

7 ວຽກຈຸດສຸມ ໃນເດືອນກັນຍາ ຂອງລັດຖະບານ

ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2018 ໄດ້ຈັດຂຶ້ນວັນທີ 22-23 ສິງຫາ 2018 ເປັນປະທານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາກະຊວງ, ອົງການ, ເຈົ້າແຂວງ-ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໄດ້ເປັນເອກະພາບສູງ ແລະ ຕັດສິນໃຈ ພ້ອມກັນຈັດຕັ້ງປະຕິບັດ 7 ວຽກຈຸດສຸມ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຜູ້ແທນລາຊະດອນ ຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຕາເກໂອະ ຄາວາມູລະ ປະທານກໍາມາທິການງົບປະມານ ສະພາຜູ້ແທນລາຊະດອນ ຍີ່ປຸ່ນ, ທັງເປັນປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ພ້ອມຄະນະ ໃນວັນທີ 20 ສິງຫາ 2018 ໃນໂອກາດທີ່ທ່ານ ພ້ອມຄະນະ...

ກະຊວງການຕ່າງປະເທດ ຈັດກອງປະຊຸມວ່າດ້ວຍ ວຽກງານຊາຍແດນແຫ່ງຊາດ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຊາຍແດນແຫ່ງຊາດ ໃນວັນທີ 8 ສິງຫາ 2018 ເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ແລະ ຜູ້ປະຈໍາການຄະນະກໍາມາທິການຊາຍແດນແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຄະນະລັດຖະມົນຕີ, ເຈົ້າແຂວງ, ແຂກຮັບເຊີນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ໃນກອງປະຊຸມ,...

ນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມໄພນໍ້າຖ້ວມ ຢູ່ເມືອງຍົມມະລາດ

ພາຍຫຼັງສໍາເລັດການຕິດຕາມຊຸກຍູ້ການແກ້ໄຂບັນຫາອຸທົກກະໄພ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນວັນທີ 2 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຕິດຕາມໄພນໍ້າຖ້ວມຢູ່ພື້ນທີ່ຕົວຈິງເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍການນຳຂອງແຂວງ, ການເມືອງ...

ນາຍົກລັດຖະມົນຕີ ຢ້ຽມຢາມຜູ້ຖືກຜົນກະທົບໄພນໍ້າຖ້ວມ ຢູ່ແຂວງຄຳມ່ວນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໃນວັນທີ 2 ສິງຫາ 2018 ໃຫ້ການຕ້ອນຮັບໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ. ທ່ານ ໂອໄດ ສຸດາພອນ ໄດ້ລາຍງານສະພາບນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ ເຊິ່ງເລີ່ມແຕ່ກາງເດືອນກໍລະກົດເປັນຕົ້ນມາ ຝົນຕົກຕິດຕໍ່ກັນຫຼາຍວັນຈົນຮອດທ້າຍເດືອນກໍລະກົດ ເຮັດໃຫ້ນໍ້າເຊບັ້ງໄຟມີລະດັບສູງຂຶ້ນຈົນລົ້ນຝັ່ງແລ້ວໄຫຼເຂົ້າຖ້ວມທີ່ຢູ່ອາໄສ,...

ນາຍົກລັດຖະມົນຕີ ລົງກວດກາການປະຕິບັດວຽກ ແລະ ຢ້ຽມຢາມປະຊາຊົນ ທີ່ເມືອງສະໜາມໄຊ

ວັນທີ 1 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງກວດກາການປະຕິບັດວຽກງານຂອງກອງບັນຊາການກູ້ໄພພິບັດທີ່ປະຈຳຢູ່ແຕ່ລະຈຸດພາຍໃນເມືອງສະໜາມໄຊ ພ້ອມທັງຢ້ຽມຢາມປະຊາຊົນທີ່ສູນພັກຊົ່ວຄາວ ເພື່ອກວດກາການຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນ ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ການລົງກວດກາ...

ສານຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018

ບັນດາທ່ານທີ່ນັບຖືພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ. ໃນປີນີ້, ກໍຄືໃນຊຸມປີທີ່ຜ່ານມາ ພວກເຮົາຮ່ວມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 46 ປີ ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 19 ປີ ພາຍໃຕ້ຄຳຂວັນທີ່ວ່າ: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ Beat Plastic Pollution” ການສະເຫຼີມສະຫຼອງຄັ້ງນີ້ ໄດ້ດຳເນີນຮ່ວມກັນກັບການສະເຫຼີມສະຫຼອງວັນນ້ຳໂລກ ພາຍໃຕ້ຫົວຂໍ້ “ຈົ່ງພ້ອມກັນປົກປັກຮັກສາທຳມະຊາດ ເພື່ອແຫຼ່ງນ້ຳ Nature...

ລັດຖະບານ ຍຸກເລີກ ໂຮງງານ-ທຸລະກິດປຸງແຕ່ງໄມ້ 1.000 ກວ່າຫົວໜ່ວຍ ກວດພົບຜູ້ກະທຳຜິດ ສ່ວນຫຼາຍພະນັກງານລັດ

ລັດຖະບານ ໄດ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ມາຮອດປັດຈຸບັນສາມາດດັດສົມ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງຂະໜາດນ້ອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍໄດ້ທັງໝົດ 1.000 ກວ່າຫົວໜ່ວຍ, ກວດພົບເຫັນຜູ້ກະທໍາຜິດ 702 ກວ່າຄົນ, ສ່ວນຫຼາຍແມ່ນພະນັກງານລັດ ກວມເອົາ 400 ກວ່າຄົນ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ໃນກອງປະຊຸມສະໄໝສາມັນ...