ບັນດາທ່ານທີ່ນັບຖືພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ.

ໃນປີນີ້, ກໍຄືໃນຊຸມປີທີ່ຜ່ານມາ ພວກເຮົາຮ່ວມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 46 ປີ ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 19 ປີ ພາຍໃຕ້ຄຳຂວັນທີ່ວ່າ: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ Beat Plastic Pollution” ການສະເຫຼີມສະຫຼອງຄັ້ງນີ້ ໄດ້ດຳເນີນຮ່ວມກັນກັບການສະເຫຼີມສະຫຼອງວັນນ້ຳໂລກ ພາຍໃຕ້ຫົວຂໍ້ “ຈົ່ງພ້ອມກັນປົກປັກຮັກສາທຳມະຊາດ ເພື່ອແຫຼ່ງນ້ຳ Nature for water” ແລະ ພ້ອມກັນກັບຂະບວນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ເຊິ່ງໄດ້ຖືໂອກາດເອົາວັນສຳຄັນດັ່ງກ່າວເພື່ອປຸກລະດົມສ້າງຈິດສຳນຶກ ແລະ ໃຫ້ສັນຍານເຕືອນແກ່ປະຊາຊົນໃນທົ່ວໂລກ ຮ່ວມແຮງຮ່ວມໃຈກັນດຳເນີນການຢ່າງຈິງຈັງໃນການແກ້ໄຂບັນຫາສິ່ງແວດລ້ອມອັນພົ້ນເດັ່ນ ພາຍໃຕ້ຄຳຂວັນດັ່ງທີ່ກ່າວມາຂ້າງເທິງ ໃຫ້ປະກົດຜົນເປັນຈິງ.

ພີ່ນ້ອງຮ່ວມຊາດທີ່ຮັກແພງ.

ດັ່ງທີ່ຮັບຮູ້ນໍາກັນແລ້ວວ່າ ໂລກກຳລັງປະເຊີນກັບສິ່ງທ້າທາຍຢ່າງໜັກໜ່ວງຕໍ່ຄວາມສາມາດໃນການຄຸ້ມຄ້ອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ລວມທັງການປົກປັກຮັກສາແຫຼ່ງນໍ້າທໍາມະຊາດຈາກປັດໄຈການເພີ່ມຂຶ້ນຂອງປະຊາກອນໂລກຢ່າງໄວວາ, ສິ່ງແວດລ້ອມທໍາມະຊາດຖືກທຳລາຍ, ການເຊື່ອມໂຊມຂອງລະບົບນິເວດພື້ນຖານທໍາມະຊາດໂລກ ແລະ ຈາກສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບອັນສໍາຄັນຕໍ່ປະຊາກອນໂລກ ໂດຍສະເພາະໃນບັນດາປະເທດດ້ອຍພັດທະນາເກີດມີບັນຫາຂາດແຄນນ້ຳ. ຕາມຂໍ້ມູນຂອງອົງການສະຫະປະຊາດ ໄດ້ແຈ້ງໃຫ້ຊາບວ່າ: ໃນປະລິມານສິ່ງເສດເຫຼືອທັງໝົດໃນທົ່ວໂລກ ສ່ວນໃຫຍ່ແມ່ນມາຈາກປຼາສະຕິກ ໂດຍສະເພາະໃນບັນດາຕົວເມືອງທົ່ວໂລກໄດ້ຊົມໃຊ້ຖົງຢາງປຼາສະຕິກ ປະມານ 500 ຕື້ຖົງຕໍ່ປີ ແລະ ໄດ້ຊື້ກະຕຸກຢາງປຼາສະຕິກ 1 ລ້ານຕຸກ ໃນທຸກໆນາທີ, ແຕ່ການຊົມໃຊ້ຜະລິດຕະພັນດັ່ງກ່າວ 50% ແມ່ນພຽງຄັ້ງດຽວ-ກໍຖິ້ມໄປ ແລະ ກາຍເປັນສິ່ງເສດເຫຼືອປຼາສະຕິກ ຊຶ່ງຢ່າງໜ້ອຍປະມານ 8 ລ້ານໂຕນ/ປີ ໄດ້ຖິ້ມລົງສູ່ທະເລ. ສະຫຼຸບລວມແລ້ວສິ່ງເສດເຫຼືອປຼາສະຕິກ ກວມເອົາ 10% ຂອງສິ່ງເສດເຫຼືອທົ່ວໄປທີ່ມະນຸດເຮົາໄດ້ສ້າງຂຶ້ນໃນທົ່ວໂລກ.

ມາຮອດປັດຈຸບັນປະຊາກອນໃນທົ່ວໂລກຫຼາຍກວ່າ 663 ລ້ານຄົນ ບໍ່ສາມາດເຂົ້າຫາແຫຼ່ງນ້ຳທີ່ສະອາດໄດ້. ນອກນັ້ນ, ຍັງປະເຊີນໜ້າກັບບັນຫາມົນລະພິດທາງນ້ຳ ແລະ ບັນຫາໄພນໍ້າຖ້ວມຢ່າງກະທັນຫັນ ແລະ ໄພແຫ້ງແລ້ງຢ່າງຮຸນແຮງໄດ້ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງໄດ້ສົ່ງຜົນກະທົບຢ່າງແຜ່ລາມເປັນວົງກວ້າງກະທົບຮຸນແຮງຕໍ່ການດຳລົງຊີວິດຂອງຄົນ ແລະ ສັດໃນທົ່ວທຸກມູມໂລກ.

ສປປ ລາວ ພວກເຮົາກໍເຊັ່ນດຽວກັນ, ພວກເຮົາກໍກໍາລັງປະເຊີນໜ້າກັບບັນຫາທີ່ນັບມື້ນັບເພີ່ມຂຶ້ນຂອງການຊົມໃຊ້ປຼາສະຕິກ ເວົ້າລວມ ເວົ້າສະເພາະກໍແມ່ນບັນຫາຖົງຢາງປຼາສະຕິກທີ່ຊົມໃຊ້ຢ່າງງ່າຍດາຍ ແລະ ຖິ້ມຊະຊາຍຕາມຊຸມຊົນ, ຖະໜົນຫົນທາງໃນຕົວເມືອງໃຫຍ່-ນ້ອຍໃນທົ່ວປະເທດ ແລະ ບັນຫາການຂາດແຄນນໍ້າດື່ມນໍ້າໃຊ້ທີ່ສະອາດຂອງປະຊາຊົນບັນດາເຜົ່າທີ່ທຸກຍາກໃນຊົນນະບົດ ຊຶ່ງເປັນບັນຫາທີ່ລັດຖະບານພວກເຮົາໄດ້ຊີ້ນໍາຢ່າງໃກ້ຊິດໃນການແກ້ໄຂຢ່າງຮີບດ່ວນ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ.

ຕໍ່ບັນຫາ ແລະ ສະພາບການດັ່ງກ່າວ, ໃນເວທີສາກົນປະຊາຊາດໃນໂລກ ກໍບໍ່ໄດ້ລົດລະຄວາມພະຍາຍາມໃນການຮ່ວມມືກັນຢ່າງຈິງຈັງໃນການວາງນະໂຍບາຍ, ຍຸດທະສາດລະດັບໂລກ ແລະ ມາດຕະການຕ່າງໆ ເພື່ອຊອກຫາວິທີແກ້ໄຂບັນຫາດັ່ງກ່າວ. ສະເພາະ ສປປ ລາວ, ພັກ-ລັດ ກໍໄດ້ມີແນວທາງ ແລະ ນະໂຍບາຍໃນການແກ້ໄຂບັນຫາດັ່ງກ່າວຢ່າງສະເໝີຕົ້ນສະເໝີປາຍ ເປັນຕົ້ນແມ່ນໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ພ້ອມທັງໄດ້ກຳນົດຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກໍຄືຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງ ສປປ ລາວ, ຄຽງຄູ່ກັບການສົ່ງເສີມຄຸນນະພາບສິ່ງແວດລ້ອມຕົວເມືອງທົ່ວ ສປປ ລາວ ໃຫ້ກາຍເປັນສີຂຽວສະອາດງາມຕາ ເພື່ອປະກອບສ່ວນເຂົ້າໃນການຂັບເຄື່ອນໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ, ວັນນໍ້າໂລກ, ວັນປຸກຕົ້ນໄມ້ແຫ່ງຊາດ ປີນີ້, ສຳລັບ ສປປ ລາວ ພວກເຮົາຂໍໃຫ້ຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວດຳເນີນການໂຄສະນາ, ປູກຈິດສຳນຶກ ແລະ ສ້າງຂະບວນການກ່ຽວກັບສອດຄ່ອງຕາມຄໍາຂວັນສະເພາະປີນີ້ ແລະ ພ້ອມກັັນຫັນປ່ຽນຈິນຕະນາການ ໄປພ້ອມໆກັບການເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະແໜງການປະກອບສ່ວນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຍືນຍົງ. ສະເພາະໃນປີນີ້ ໄດ້ມີການສົ່ງເສີມຂະບວນການອະນາໄມຕົວເມືອງ, ອະນາໄມຮ່ອງລະບາຍນ້ຳ, ປູກຕົ້ນໄມ້, ການແຍກສິ່ງເສດເຫຼືອ, ການກຳຈັດຂີ້ເຫຍື້ອ, ການຫຼຸດຜ່ອນການນຳໃຊ້ຖົງຢາງປຼາສະຕິກກ້າວໄປເຖິງການນຳໃຊ້ວັດສະດຸທີ່ຍ່ອຍສະຫຼາຍໄດ້ງ່າຍ ທັງໝົດນີ້ກໍເພື່ອສ້າງປະເທດລາວ “ຂຽວສະອາດງາມຕາ”.

ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ຫົວໜ່ວຍທຸລະກິດຕ່າງໆ ຕະຫຼອດເຖິງປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນຈັດຕັ້ງປະຕິບັດພັນທະຂອງຕົນເຂົ້າໃນການຈັດຕັ້ງປະຕິບັດຄຳຂວັນຂອງປີ 2018 ຄື: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ” ແລະ “ຈົ່ງພ້ອມກັນປົກປັກຮັກສາທໍາມະຊາດ ເພື່ອແຫຼ່ງນໍ້າ” ໃຫ້ປະກົດຜົນເປັນຈິງ. ຈົ່ງພ້ອມກັນມີຈິນຕະນະການວ່າ ພວກເຮົາປົກປັກຮັກສາສິ່ງແວດລ້ອມ ກໍຄືຮັກຊີວິດຂອງຕົນເອງ.