ກອງປະຊຸມສະໄໜສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ມິຖຸນາ 2018 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີນາຍົກລັດຖະມົນຕີ, ການນໍາ-ອະດີດການນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ, ແຂກຮັບເຊີນເຂົ້າຮ່ວມ; ເຊິ່ງກອງປະຊຸມຈະພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຂອງຊາດ.

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການລາຍງານ ແລະ ການປະກອບຄວາມຄິດເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 4 ເດືອນຜ່ານມາ, ຄາດຄະເນ 6 ເດືອນຕົ້ນປີ 2018 ແລະ ທິດທາງວຽກງານຈຸດສຸມປະຈໍາ 6 ເດືອນທ້າຍປີ 2018; ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 018/ສພຊ ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກໍາລຸ່ມກົດໝາຍ ແລະ ຜົນກະທົບຈາກການນໍາໃຊ້ສານເຄມີອັນຕະລາຍເກີນຄ່າມາດຕະຖານຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ; ພິຈາລະນາ ແລະ ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ; ພິຈາລະນາ ແລະ ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບໂຄງປະກອບລາຄານໍ້າມັນ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ມາດຕະການ ແລະ ວິທີແກ້ໄຂຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ບັນຫາອຸບັດຕິເຫດ ແລະ ນະໂຍບາຍຊົດເຊີຍ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ; ພິຈາລະນາ ແລະ ຮັບຮອງການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ແລະ ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງຄະນະປະຈໍາສະພາແຫ່ງຊາດ.

ນອກນີ້, ກອງປະຊຸມຍັງຈະໃຊ້ເວລາຫຼາຍກວ່າເຄິ່ງໜຶ່ງ ເພື່ອພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ; ໃນນັ້ນ, ກົດໝາຍຂົງເຂດຍຸຕິທໍາ ຈໍານວນ 2 ສະບັບ, ຂົງເຂດເສດຖະກິດ-ສັງຄົມ ຈໍານວນ 8 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈໍານວນ 3 ສະບັບ; ເຊິ່ງບັນດາຮ່າງກົດໝາຍດັ່ງກ່າວມີຄວາມໝາຍສໍາຄັນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກໃຫ້ກາຍເປັນນິຕິກໍາລະອຽດ ເພື່ອເພີ່ມເຄື່ອງມືໃນການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ໃນແຕ່ລະຂົງເຂດວຽກງານໃຫ້ເປັນລະບົບຄົບຖ້ວນກວ່າເກົ່າ.