ລັດຖະບານ ໄດ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ມາຮອດປັດຈຸບັນສາມາດດັດສົມ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງຂະໜາດນ້ອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍໄດ້ທັງໝົດ 1.000 ກວ່າຫົວໜ່ວຍ, ກວດພົບເຫັນຜູ້ກະທໍາຜິດ 702 ກວ່າຄົນ, ສ່ວນຫຼາຍແມ່ນພະນັກງານລັດ ກວມເອົາ 400 ກວ່າຄົນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ພຶດສະພາ 2018 ວ່າ: ໃນໄລຍະ 4 ເດືອນຜ່ານມາ, ລັດຖະບານຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມເປັນພື້ນຖານ ແລະ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງເງື່ອນໄຂທີ່ອໍານວຍ ໃຫ້ແກ່ການພັດທະນາເສດຖະກິດ, ພິເສດສືບຕໍ່ເອົາໃຈໃສ່ຕໍ່ການແກ້ໄຂບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ. ນອກນີ້, ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ມາຮອດປັດຈຸບັນລັດຖະບານສາມາດດັດສົມ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍໄດ້ທັງໝົດ 1.545 ຫົວໜ່ວຍ, ຈາກຈໍານວນທັງໝົດ 2.857 ຫົວໜ່ວຍ; ໃນນັ້ນ, ມີໂຮງງານຕັ້ງຢູ່ໃນ ແລະ ໃກ້ກັບ 3 ປະເພດປ່າ ຈໍານວນ 27 ໂຮງງານ, ມີໂຮງງານອຸດສາຫະກໍາປຸງແຕ່ງໄມ້ 328 ໂຮງງານ, ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ 1.190 ຫົວໜ່ວຍ. ພ້ອມກັນນີ້, ກໍສາມາດກວດເຫັນຜູ້ກະທໍາ 631 ກໍລະນີ ລວມທັງໝົດ 702 ຄົນ, ໃນນີ້ມີພະນັກງານລັດ 421 ຄົນ, ຜູ້ປະກອບການ 59 ຄົນ, ປະຊາຊົນ 222 ຄົນ, ໄດ້ມີການປັບໃໝ ແລະ ລົງໂທດຜູ້ກະທໍາຜິດຕາມກົດໝາຍ ແລະ ລະບຽບການ.

ສ່ວນແຜນພັດທະນາເສດຖະກິດ ອີງຕາມຂໍ້ມູນທີ່ເກັບກໍາໄດ້ ໃນໄລຍະ 4 ເດືອນ, ອັດຕາການເຕີບໂຕຂອງເສດຖະກິດ 6 ເດືອນຕົ້ນປີ ຄາດວ່າຈະບັນລຸໄດ້ 6,7%. ໃນນັ້ນ, ຂະແໜງກະສິກໍາຄາດວ່າ: ຈະເພີ່ມ 2,9%, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 7%, ຂະແໜງບໍລິຫານເພີ່ມຂຶ້ນ 7,9%, ພາສີນໍາເຂົ້າເພີ່ມຂຶ້ນ 6,8%, ຄິດໄລ່ເປັນມູນຄ່າໃນປີໄດ້ປະມານ 152.436 ຕື້ກີບ, ຄາດຄະເນສະເລ່ຍຕໍ່ຫົວຄົນ 2.609 ໂດລາສະຫະລັດ, ການປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ຄາດຄະເນວ່າ ລາຍຮັບຈະປະຕິບັດໄດ້ 12.084 ຕື້ກີບ ເທົ່າກັບ 95,9% ຂອງແຜນ, ລາຍຈ່າຍປະຕິບັດໄດ້ 15.731 ຕື້ກີບ ເທົ່າກັບ 95,4%.