ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຈຳປາສັກ ໄດ້ຮ່ວມກັບບໍລິສັດ ຮອນດ້າປາເຊ ແລະ ບໍລິ ສັດຮອນ ດ້ານິວຈິບເຊັງ ຈຳກັດ ເປີດຂະບວນຄາລາວານລົດຈັກຂັບຂີ່ປອດໄພຫຼຸດຜ່ອນອຸບັດຕິເຫດໃນຖັນແຖວ ຊາວໜຸ່ມ-ເຍົາວະຊົນ ກໍຄືປະຊາຊົນລາວບັນດາເຜົ່າເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ 1 ມິຖຸນາ ແລະ ທັງເປັນການຂໍ່ານັບຮັບຕ້ອນວັນປະຫວັດສາດທາງການເມືອງ ກໍຄືວັນປະກາດເມືອງປາກເຊ ເປັນນະຄອນປາກເຊ. ພາຍໃຕ້ຫົວຂໍ້: ” ຊາວໜຸ່ມຍຸກໃໝ່ໃສ່ໃຈກົດຈະລາຈອນຫຼຸດຜ່ອນອຸບັດຕິເຫດສິ່ງເສບຕິດ ເປັນມິດກັບສິ່ງແວດລ້ອມພ້ອມກັນພັດທະນາ “.

ພິທີດັ່ງກ່າວຈັດຂຶ້ນໃນທ້າຍເດືອນພຶດສະພາ 2018 ຜ່ານມາ, ທີ່ສະໜາມກິລາຫຼັກ 2 ນະຄອນປາກເຊ ແຂວງຈຳປາ ສັກ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ, ພົຈວ ສີພັນ ວົງເຮືອງຄໍາ ຄະນະພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ, ມີບັນດາຄະນະພັກ-ຄະນະນຳແຂວງ, ຫົວຫນ້າກອງບັນຊາການ ປກຊ -ປກສ, ພະແນກການອ້ອມຂ້າງແຂວງ-ເມືອງ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ, ສະມາຄົມນັກທຸລະກິດໜຸ່ມ ພ້ອມດ້ວຍເຍົາວະຊົນ-ຊາວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ຊາວເມືອງປາກເຊ ເຂົ້າຮ່ວມຢ່າງເປັນຂະບວນ.

ທ່ານ ອຸດົມສັກ ດີວິໄຊ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຈຳປາສັກ ໄດ້ກ່າວວ່າ: ກິດຈະກຳຄັ້ງນີ້ຈັດຂຶ້ນເພື່ອເປັນການໂຄສະນາປູກຈິດສຳນຶກຕັກເຕືອນໃຫ້ເຍົາວະຊົນຊາວໜຸ່ມ ກໍຄືນັກຂັບຂີ່ ແລະ ຊາວ ນະຄອນປາກເຊ ໄດ້ຮັບຮູ້ເຊື່ອມຊຶມ, ມີສະຕິໃນການນຳໃຊ້ລົດໃຊ້ຖະໜົນໃຫ້ກຽດເຊິ່ງກັນແລະກັນ, ເຂັ້ມງວດ ປະຕິບັດກົດລະບຽບການສັນຈອນ, ຂັບຂີ່ປອດໄພ ເພື່ອຫຼຸດຜ່ອນອຸບັດຕິເຫດ; ເຊິ່ງງານດັ່ງກ່າວ, ໄດ້ຮັບການສະ ໜັບສະໜູນຈາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ໂດຍສະເພາະແມ່ນບໍລິສັດ ຮອນດ້າ ປາກເຊ ແລະ ບໍລິ ສັດຮອນດ້ານິວຈິບເຊັງ ຈຳກັດ ລວມມູນຄ່າ 150 ລ້ານກີບ., ເຊິ່ງຂະບວນຄາລາວານລົດຈັກ ໄດ້ເລີ່ມຕົ້ນເຄື່ອນຂະ ບວນຈາກຈຸດເປີດງານສະໜາມກິລາຫຼັກ 2 ມຸ່ງໜ້າໄປ ຕາມສາຍທາງຂົວໂຊວຽດສູ່ຫຼັກ 8 ເໜືອ ແລ້ວກັບຄືນມາ ຕາມທາງເລກທີ 13 ໃຕ້ ຜ່ານຂົວເຈົ້າສຸພານຸວົງ ລ້ຽວຂວາຕໍ່ໜ້າວັດຫຼວງໄປ ທາງຫ້ອງວ່າການແຂວງອອກໃສ່ ໄຟອຳນາດໂພນໄຊ ສູ່ 4 ແຍກໄຟ ອຳນາດສາງນ້ຳມັນສາລາຂຽວດົງຈອ ໄປຕາມທາງຫຼັກ 8 ໃຕ້ ກັບຄືນສູ່ສະ ໜາມກິລາຫຼັກ 2 ບ່ອນເກົ່າ.