ອາທິດແລ້ວນີ້, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕໍ່ຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ; ເປັນປະທານໂດຍ ພົຈວ ຄຳສຸກ ວີອິນທະວົງ ປະທານກຳມະທິການ ປກຊ-ປກສ ສະພາແຫ່ງຊາດ, ມີບັນດາຄະນະຫ້ອງ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ບຸນໄມ ຈັນທະວົງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງກຳລັງ ປກສ ແຂວງຄຳມ່ວນ ພາຍໃຕ້ການຊີ້ນຳ-ນຳພາທີ່ເປັນລະບົບຄົບຊຸດ ແລະ ຂັ້ນເທິງໃຫ້ຄວາມໃກ້ຊິດຕິດແທດ, ລົງເລິກເຖິງຖອງ ແລະ ໃຫ້ທິດຊີ້ນຳເປັນປະຈຳ, ເຮັດໃຫ້ກຳລັງ ປກສ ແຂວງ ສາມາດມ້າງລາຍຄະດີຢາເສບຕິດຢູ່ແຂວງຄຳມ່ວນ ໄດ້ທັງໝົດ 192 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 310 ຄົນ ຍິງ 31 ຄົນ ທຽບໃສ່ປີຜ່ານມາ ຄະດີຢາເສບຕິດຫຼຸດລົງ 17 ເລື່ອງ ເທົ່າກັບ 8%. ຢຶດຂອງກາງຢາບ້າໄດ້ 125.695 ເມັດ, ຢາໄອສ໌ 74,34 ກຼາມ, ຫົວຕອກເມັດຢາບ້າ 21 ອັນ, ຊາແຫ້ງ 266 ກິໂລກຼາມ, ລົດໃຫຍ່ 10 ຄັນ, ລົດຈັກ 28 ຄັນ, ປືນ 4 ກະບອກ ແລະ ວັດຖຸເງິນ-ຄໍາຈໍານວນໜຶ່ງ.

ນອກນັ້ນ; ຍັງເອົາໃຈໃສ່ສະກັດກັ້ນ-ແກ້ໄຂຄະດີອາຍາ 131 ເລື່ອງ ໃນຈຳນວນທີ່ເກີດຂຶ້ນທັງໝົດ 244 ເລື່ອງ, ກັກຕົວຖືກຫາ 2.699 ຄົນ ຍິງ 14 ຄົນ ທຽບໃສ່ປີຜ່ານມາ ຄະດີອາຍາເພີ່ມຂຶ້ນ 73 ເລື່ອງ ເທົ່າກັບ 42%, ຜົນເສຍຫາຍມີເງິນກີບ 308.600.000 ກີບ, ເງິນບາດ 12.361.658 ບາດ, ເງິນໂດລາ 848.119 ໂດລາ, ຄໍາຮູບປະພັນ ນ້ໍາໜັກລວມ 5 ກິໂລກຼາມ, ລົດຈັກ 31 ຄັນ, ເຮືອນ 1 ຫຼັງ, ລົດກະບະຮຸນໄດ 1 ຄັນ.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຈາກ ພົຈວ ຄຳສຸກ ວີອິນທະວົງ ເຊິ່ງກ່ອນອື່ນໝົດທ່ານໄດ້ຍ້ອງຍໍຊົມເຊີຍໃນການປະຕິບັດວຽກງານຂອງບັນດາສະຫາຍທີ່ໄດ້ປະຕິບັດໜ້າທີ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເວົ້າສະເພາະແມ່ນພາຍໃນແຂວງຄຳມ່ວນ, ພ້ອມທັງເນັ້ນໃຫ້ຄະນະບັນຊາກອງບັນຊາການ ປກສ ແຂວງ ຈົ່ງເອົາໃຈໃສ່ຊີ້ນຳ-ບັນຊາພະນັກງານ-ນັກຮົບເປັນເຈົ້າການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແນໃສ່ຮັບປະກັນໃຫ້ສະພາບພາຍໃນແຂວງມີຄວາມສະຫງົບປອດໄພ.