ມື້ວານນີ້ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມຄະນະ ໄດ້ຈັດພິທີສົ່ງ ທ່ານ ຈ້າວ ເຄີຈື້ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ພ້ອມຄະນະ ພາຍຫຼັງທີ່ທ່ານໄດ້ສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 12-15 ພຶດສະພາ 2018 ຜ່ານມາ.

ທ່ານ ຈ້າວ ເຄີຈື້ ກ່າວວ່າ: ຕະຫຼອດໄລຍະການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍຄືກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ຈັດກອງປະຊຸມພົບປະຂອງຄະນະຜູ້ແທນຂັ້ນສູງສອງຝ່າຍ ລະ ຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ; ໃນກອງປະຊຸມຄະນະຜູ້ແທນຂັ້ນສູງ ທັງສອງຝ່າຍເຫັນດີສືບຕໍ່ຮ່ວມມືວຽກງານປ້ອງກັນຄວາມສະຫງົບ ໃນຫຼາຍຂົງເຂດວຽກງານ. ຈາກນັ້ນ, ກໍໄດ້ເຄື່ອນໄຫວເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ເຂົ້າຢ້ຽມຢາມ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອເປັນການເສີມສ້າງສາຍພົວພັນຖານເພື່ອນມິດຢຸດທະສາດ ລະຫວ່າງ ສອງປະເທດໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.

ພົຕ ສິນທະວົງ ໄຊຍະກອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ພ້ອມຄະນະໃນຄັ້ງນີ້; ເຊິ່ງທັງສອງກະຊວງປ້ອງກັນຄວາມສະຫງົບ ເຫັນໄດ້ເຖິງຄວາມສໍາຄັນຂອງການແລກປ່ຽນບົດຮຽນ ແລະ ການຮ່ວມມືຢ່າງໃກ້ສິດ ເພື່ອຕ້ານກັບບັນຫາປະກົດການຫຍໍ້ທໍ້ຂອງສອງປະເທດ ແລະ ໄດ້ພ້ອມກັນສືບຕໍ່ຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບໃນຫຼາຍຂົງເຂດວຽກງານໃຫ້ມີຜົນສໍາເລັດ; ຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມຄະນະ ກໍໄດ້ອວຍພອນໄຊໃຫ້ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ພ້ອມຄະນະຈົ່ງເດີນທາງໂດຍສະວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງທ່ານ.