ໃນວັນທີ 14 ພຶດສະພາ 2018, ທີ່ຫ້ອງວ່າການແຂວງຊຽງຂວາງ ຫຼາຍພາກສ່ວນໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນ ລວມມູນຄ່າເກືອບ 100 ລ້ານກີບ ມາອຸປະຖຳຊ່ວຍເຫຼືອປະຊາຊົນບ້ານສັນແຟນ ທີ່ຖືກຜົນກະທົບຈາກອັກຄີໄພ ( ໄຟໄໝ້ບ້ານ ) ໃນຕົ້ນເດືອນພຶດສະພາ ຢູ່ເມືອງຄຳ ແຂວງຊຽງຂວາງ; ຕາງໜ້າຂຶ້ນກ່າວຮັບໂດຍ ທ່ານ ຄຳປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ.

ບັນດາພາກສ່ວນທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ມີ, ທ່ານ ຊິງຊຸນໝິງ ຕາງໜ້າໂຮງງານດິນຈີ່ທັນສະໄໝ ກິ່ງວຽງ ມອບເງິນ 2.000.000 ກີບ, ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ມອບເງິນ 1.030.000 ກີບ, ສະພາການຄ້າຈີນ ປະຈຳສາຂາແຂວງຊຽງຂວາງ ມອບເຄື່ອງນຸ່ງຫົ່ມ, ໝີ່, ປາກະປ໋ອງ ແລະ ເຂົ້າສານ ລວມມູນຄ່າ 28.000.000 ກີບ, ຊຸມຊົນຄົນຫວຽດນາມ ທີ່ອາໄສຢູ່ແຂວງຊຽງຂວາງ ຊ່ວຍເຄື່ອງນຸ່ງຫົ່ມ, ປາກະປ໋ອງ, ໝີ່, ຖ້ວຍ, ເຂົ້າສານ ລວມ ໍມູນຄ່າ 21.500.000 ກີບ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ມອບເງິນ 3.200.000 ກີບ, ພະແນກໂຍທາທິການ ແລະ ຂົນສົ່ງ ມອບເງິນ 2.000.000 ກີບ, ມີບັນດາຄອບຄົວສີສຸລິດ, ຄອບຄົວພົມມະກອນ, ບໍລິສັດຮ່ວມທຸລະກິດ 20 ມັງກອນ, ຄອບຄົວລິດທິເດດ, ຄອບຄົວປະຖຳມະວົງ, ຄອບຄົວໄຊຍະວົງ, ຄອບຄົວໄຊຍະວົງສາ, ຄອບຄົວເລີດລີວັນ, ຄອບຄົວຈັນທະວົງ, ຄອບຄົວສຸພານະວິໄລ ແລະ ອະດີດນັກສຶກສາເມືອງອານມາ-ອັດຕາ ປະເທດກາຊັກສະຖານ ຊ່ວຍເຄື່ອງນຸ່ງຫົ່ມ, ໝີ່, ປ່ອງປາ ມູນຄ່າ 35.000.000 ກີບ ລວມມູນຄ່າການຊ່ວຍເຫຼືອໃນຄັ້ງນີ້ເປັນເງິນ 92.730.000 ກີບ.

ໂອກາດດັ່ງກ່າວ, ທ່ານຮອງເຈົ້າແຂວງໆຊຽງຂວາງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ໃຫ້ການອຸປະຖຳຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນບັນເທົາທຸກຂອງປະຊາຊົນບ້ານສັນແຟນ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ບ້ານ, ເຄື່ອງອຸປະໂພກ-ບໍລິໂພກຈຳນວນດັ່ງກ່າວ ທາງການນຳແຂວງຈະນຳໄປມອບໃຫ້ເຖິງມືປະຊາຊົນບ້ານສັນແຟນ ຢ່າງທົ່ວເຖິງ.