ພັທ ພິມມະສອນ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໃຫ້ສໍາພາດກັບທີມງານນັກຂ່າວ ປກສ ໃນມື້ວານນີ້ວ່າ: ໃນປີ 2017 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ແລະ ຄະນະຊາວໜຸ່ມ 18 ກົມກອງ ອ້ອມຂ້າງກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກຊາວໜຸ່ມທົ່ວກໍາລັງ ປກສ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງສູນກາງຊາວໜຸ່ມ ແລະ 18 ຂໍ້ແຂ່ງຂັນຂອງກະຊວງ ປກສ ພ້ອມທັງເປັນເຈົ້າການປຸກລະດົມຈິດໃຈ, ເສີມຂະຫຍາຍສະຕິປັນຍາ ແລະ ຊຸກຍູ້ຂະບວນການແຂ່ງຂັນສ້າງຜົນງານຂອງພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ-ເຍົາວະຊົນ ກະຊວງ ປກສ ເຮັດໃຫ້ສະມາຊິກຊາວໜຸ່ມທົ່ວກະຊວງ ປກສ ໄດ້ຮັບໃບຍ້ອງຍໍຂັ້ນກະຊວງ 445 ສະຫາຍ ແລະ 18 ກົມກອງ ໄດ້ຮັບໃບຢັ້ງຢືນ 4 ບຸກ.

ທ່ານເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ໃຫ້ຮູ້ຕື່ມວ່າ: ຜົນສໍາເລັດດັ່ງກ່າວ ກໍຍ້ອນມີການຊີ້ນຳ-ນໍາພາຂອງຄະນະພັກກະຊວງ ແລະ ຄະນະພັກກົມໃຫຍ່ການເມືອງ ປກສ ຢ່າງເປັນປົກກະຕິ ແລະ ແທດເຖິງ, ຄະນະບໍລິຫານງານຊາວໜຸ່ມກະຊວງ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ພ້ອມກັນປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ ແລະ ສະມາຊິກພັກ, ສະມາຊິກຊາວໜຸ່ມ ໄດ້ສາມັກຄີກັນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ປະຊາຊົນມອບໝາຍໃຫ້ ແລະ ການຈັດຕັ້ງທຸກພາກສ່ວນໃຫ້ການ ສະໜັບສະໜູນຊ່ວຍເຫຼືອຕະຫຼອດມາ ຈຶ່ງເຮັດໃຫ້ສະມາຊິກຊາວໜຸ່ມ ແລະ 18 ກົມກອງອ້ອມຂ້າງ ກະຊວງ ໄດ້ຮັບການຍ້ອງຍໍ ແລະ ຊາວໜຸ່ມໃນບັນດາຂະແໜງວິຊາສະເພາະ ໄດ້ຕັ້ງໜ້າປະກອບສ່ວນປະຕິບັດໜ້າທີ່ວິຊາສະເພາະຂອງກົມກອງຢ່າງຫ້າວຫັນ ແລະ ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກະກຽມ ກ່ຽວກັບ ຂະບວນການຄາຣາວານຊາວໜຸ່ມ ພາຍໃຕ້ຫົວຂໍ້: “ອາສາສະໝັກຊາວໜຸ່ມຕະລຸມບອນຫວນຄືນສູ່ຖິ່ນກຳເນີດ ຂອງການປະຕິວັດທີ່ແຂວງຊຽງຂວາງ, ແຂງຫົວພັນ, ລົງພົບປະ ແລກປ່ຽນບົດຮຽນວຽກງານອົງການຈັດຕັ້ງມະຫາຊົນ ກະຊວງ ປກສ ແລະ 4 ແຂວງພາກເໜືອ ( ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ ແລະ ຜົ້ງສາລີ ) ຊຸກຍູ້ບັນດາຊາວໜຸ່ມ 18 ກົມກອງອ້ອມຂ້າງ ກະຊວງ ປກສ ເຄື່ອນໄຫວວຽກງານຂະບວນການຕ່າງໆໃນແຕ່ລະໄລຍະ”.

ສໍາລັບໃນປີນີ້, ພັທ ພິມມະສອນ ທໍາມະວົງ ກ່າວວ່າ: ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມທົ່ວກະຊວງ ແລະ 18 ກົມກອງອ້ອມຂ້າງ ກະຊວງ ປກສ ໄດ້ຮັບການຍ້ອງຍໍຫຼາຍຂຶ້ນກວ່າເກົ່າ ຈະໄດ້ຍົກສູງການຊີ້ນຳ-ນຳພາ, ບັນຊາ, ຄຸ້ມຄອງ, ກວດກາ, ກໍ່ສ້າງ, ປັບປຸງການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ-ເຍົາວະຊົນໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງດ້ານການຈັດຕັ້ງ, ໜັກແໜ້ນດ້ານການເມືອງແນວຄິດ, ມີຄວາມຊຳນິຊຳນານດ້ານວິຊາສະເພາະ ແລະ ເຮັດວຽກຢ່າງມີວິທະຍາສາດ; ຄະນະບໍລິຫານງານຊາວໜຸ່ມ 18 ກົມກອງອ້ອມຂ້າງກະຊວງ ສືບຕໍ່ສຶກສາອົບຮົມການເມືອງໃຫ້ສະມາຊິກຊາວໜຸ່ມ, ໜ່ວຍຊາວໜຸ່ມເຊື່ອມຊຶມກຳເເໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເຂົ້າຮ່ວມຮ່ຳຮຽນເອກະສານຕ່າງໆທີ່ຂັ້ນເທິງຈັດຂຶ້ນ, ກຳເເໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ຍົກສູງສະຕິການຈັດຕັ້ງ, ປະຕິບັດລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງແຕ່ລະກົມກອງໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.