ເຫດຫຼົງຍິງກັນເສຍຊີວິດເກີດຂຶ້ນອີກແລ້ວ ຍ້ອນການລັກລອບລ່າສັດປ່າ. ເຫດການແບບນີ້ໃນໄລຍະທີ່ຜ່ານມາ ແມ່ນເກີດຂຶ້ນຢູ່ເລື້ອຍໆ. ກໍລະນີລ່າຊຸດນີ້, ເກີດຂຶ້ນຢູ່ປ່າເຂດພູນ້ຳທ່ຽງ ຫ່າງຈາກບ້ານຫ້ວຍເຕົ່າ ເມືອງປາກຊ່ອງ ແຂວງຈຳປາສັກ ປະມານ 15 ກິໂລແມັດ. ພາຍຫຼັງທີ່ເຈົ້າໜ້າທີ່ ປກສ ແຂວງ ລົງເກັບກຳຂໍ້ມູນຈົນສາມາດຈັບຜູ້ກໍ່ເຫດໄດ້ ໂດຍຜູ້ກ່ຽວອ້າງເຫດຜົນວ່າເຫັນແສງຕາຂອງຜູ້ຕາຍຄ້າຍຄືແສງຕາໝູປ່າ ຈົນຫຼົງຍິງ.

ເຈົ້າໜ້າທີ່ພະແນກສືບສວນສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 23 ເມສາ 2018 ທ້າວ ທອງຄຳ ອາຍຸ 24 ປີ (ຜູ້ຖືກຫາ) ແລະ ທ້າວ ສຸກສາຄອນ ອາຍຸ 18 ປີ ທັງສອງຢູ່ບ້ານດຽວກັນ ໄດ້ຊວນກັນໄປລ່າສັດປ່າ ຢູ່ເຂດພູນ້ຳທ່ຽງ ຫ່າງຈາກບ້ານປະມານ 15 ກິໂລແມັດ. ໃນຕອນຄ່ຳຂອງມື້ເກີດເຫດ ທັງສອງໄດ້ພາກັນນອນຢູ່ປ່າໃນບໍລິເວນດັ່ງກ່າວ ຈົນຮອດເວລາປະມານ 2:00 ໂມງຂ້ອນແຈ້ງ ພວກກ່ຽວກໍລຸກນອນໄປຊອກຍິງໝູປ່າໄດ້ປະມານ 40 ນາທີ ແຕ່ກໍບໍ່ເຫັນສັດຫຍັງ ຈຶ່ງພາກັນກັບມານອນຢູ່ບ່ອນເກົ່າ. ຮອດເວລາປະມານ 4:00 ໂມງເຊົ້າ, ທ້າວ ທອງຄໍາ ໄດ້ຍິນສຽງດັງຄ້າຍຄືໝູປ່າ ຜູ້ກ່ຽວຈຶ່ງໄດ້ເອົາໂຄມໄຟເຍືອງໃສ່ພົບເຫັນແສງຕາເປັນສີແດງຄ້າຍຄືແສງຕາໝູປ່າຈຶ່ງໄດ້ເອົາປືນຍິງໃສ່ 1 ນັດ. ຈາກນັ້ນ, ກໍເຂົ້າໄປເບິ່ງຈຸດດັ່ງກ່າວພົບເຫັນ ທ້າວ ສຸກສາຄອນ ຖືກຍິງເສຍຊີວິດ. ເມື່ອເປັນເຊັ່ນນັ້ນ ທ້າວ ທອງຄຳ ຄິດຢ້ານຈຶ່ງກັບມາບ້ານ ແລ້ວບໍ່ບອກໃຫ້ໃຜຮັບຮູ້ເລື່ອງທີ່ຜູ້ກ່ຽວຫຼົງຍິງຄົນເສຍຊີວິດ, ສ່ວນປືນກໍໄດ້ຖິ້ມປະໄວ້ຢູ່ຂ້າງສົບ ທ້າວ ສຸກສາຄອນ.

ພາຍຫຼັງ ເຈົ້າໜ້າທີ່ ປກສ ໄດ້ຮັບແຈ້ງເຫດມີຄົນຖືກຍິງເສຍຊີວິດຢູ່ປ່າ ເຂດພູນ້ຳທ່ຽງ ກໍໄດ້ລົງກວດກາຈຸດເກີດເຫດ ແລະ ເກັບກຳຂໍ້ມູນຫຼັກຖານ; ຈາກການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ຈົນສາມາດຮູ້ຜູ້ກໍ່ເຫດໃນຄັ້ງນີ້, ມາຮອດວັນທີ 27 ເມສາ 2018 ເຈົ້າໜ້າທີ່ກໍໄດ້ກັກຕົວ ທ້າວ ທອງຄຳ ໄປດໍາເນີນຄະດີຕາມກົດໝາຍ.