ກອງປະຊຸມເຜີຍແຜ່ບົດຮຽນ ກ່ຽວກັບວຽກງານການສົ່ງເສີມກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2018 ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ສຸດາຄຳ ພິມມະສອນ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ( ກະຊວງ ກປ ), ທ່ານ ຣີໂລອາກິ ກີໂນຊິຕະ ຜູ້ປະສານງານໂຄງການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານກະສິກຳ ໃຫ້ບັນດາປະເທດສະມາຊິກອາຊຽນ ໄລຍະ III ຈາກກອງເລຂາອາຊຽນ ຈາກາຕາ, ມີຕ່າງໜ້າກົມວິຊາການ ແລະ ສະຖາບັນອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນການເຜີຍແຜ່ບາງບົດຮຽນ ແລະ ປະສົບການໃນການພັດທະນາວຽກງານການສົ່ງເສີມສະຫະກອນກະສິກຳ, ປ່າໄມ້ທີ່ນັກວິຊາການຂອງກະຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ໄດ້ເຂົ້າຮ່ວມຖອດຖອນບົດຮຽນໃນໄລຍະຜ່ານມາ ຢູ່ບັນດາປະເທດສະມາຊິກອາຊຽນ ເພື່ອເປັນບົດຮຽນໃຫ້ແກ່ບັດດານັກສຳມະນາກອນ ກໍຄືຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງໃນພະແນກກະສິກຳ ແລະ ປ່າໄມ້ ແຂວງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ວິຊາການ ແລະ ຊາວກະສິກອນ, ຈາກກຸ່ມຜະລິດຜັກອິນຊີ, ຕະຫຼອດຮອດຄູອາຈານ-ນັກສຶກສາຈາກຄະນະກະເສດສາດນາບົງ, ມະຫາວິທະຍາໄລແຫ່ງຊາດ, ໄດ້ນໍາເອົາໄປໝູນໃຊ້ເຂົ້າໃນການພັດທະນາວຽກງານກຸ່ມການຜະລິດຢູ່ ນວ ລວມທັງຫຼັກສູດການຮຽນ-ການສອນໃຫ້ຄະນະກະເສດສາດ ໃຫ້ມີຄວາມເຂັ້ມແຂງ ເພື່ອກ້າວໄປສູ່ການເປັນສະຫະກອນໃນອານາຄົດ.

ໃນກອງປະຊຸມຜູ້ເຂົ້າຮ່ວມ, ຍັງໄດ້ຮັບຟັງການເຜີຍແຜ່ບັນດາຂໍ້ມູນທີ່ສຳຄັນ ໃນການພັດທະນາບັນດາປະເທດອາຊຽນເປັນຕົ້ນ: ການຄຸ້ມຄອງ ແລະ ຈັດການວຽກງານສົ່ງເສີມ ແລະ ພັດທະນາຊົນນະບົດ, ລະບົບຜະລິດ ໝາກໄມ້, ກະສິກຳທີ່ທັນສະໄໝ, ການບໍລິການຕະຫຼາດຊາວກະຊິກຳ, ການນຳໃຊ້ເຕັກໂນໂລຊີດ້ານ ກົນຈັກທັນສະໄໝ ເພື່ອເພີ່ມມູນຄ່າການຜະລິດພືດ, ການຜະລິດພືດຜັກອິນຊີຈາກຊ່ຽວຊານຍີ່ປຸ່ນ, ເຊິ່ງບັນດາຫົວຂໍ້ດັ່ງກ່າວ ຈະເປັນບົດຮຽນທີ່ສໍາຄັນໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ-ເອກະຊົນ ແລະ ບັນດາກຸ່ມຜູ້ຜະລິດ.