ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການກວດກາປະເມີນຜົນ 4 ບຸກ ຂອງຄະນະກວດກາ ຄະນະບໍລິຫານງານຊາວໜຸ່ມ ປປລ ຮອບ III ໃນໄລຍະຜ່ານມາ ເປັນປະທານໂດຍ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານປະຊາຊົນ ປະຕິວັດລາວ ຊາວໜຸ່ມນະຄອນຫຼວງວຽງຈັນ ແລະ ທ່ານ ຈຸມມະນີ ພັນທະນຸວົງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດ ເມືອງຈັນທະບູລີ, ມີບັນດາເລຂາພັກບ້ານ ແລະ ຊາວໜຸ່ມອ້ອມຂ້າງເມືອງ ເຂົ້າຮ່ວມໃນວັນ ທີ 15 ພຶດສະພາ 2018.

ທ່ານ ທອງຄູນ ສີອຸດົມ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ເມືອງຈັນທະບູລີ ກ່າວວ່າ: ເພື່ອເປັນການຢັ້ງຢືນຜົນງານຂອງການຈັດຕັ້ງປະ ຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານຊາວໜຸ່ມອ້ອມຂ້າງເມືອງຈັນທະບູລີ ໃນສົກປີ 2016- 2017 ຜ່ານການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເຫັນວ່າ ສະມາຊິກຊາວໜຸ່ມ-ໄວໜຸ່ມ ມີຄວາມຕື່ນຕົວ ແລະ ເຫັນຄວາມສຳຄັນຕໍ່ກັບພາລະບົດບາດຄວາມ ສຳຄັນຂອງຊາວໜຸ່ມລາວໃນການພັດທະນາສັງຄົມ ກໍຄືປະເທດຊາດສົມກັບຄຳວ່າ ຊາວໜຸ່ມລາວເປັນ ແຂນຂວາຂອງພັກ ແລະ ມີຄວາມ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍ, ການນຳພາຂອງພັກ-ລັດ ມີຄວາມ ຈົງຮັກພັກດີ ແລະ ຊື່ສັດຕໍ່ປະເທດ ຊາດ, ມີນໍ້າໃຈຮັກຊາດ, ຮັກລະ ບອບໃໝ່, ຮູ້ເຄົາລົບນັບຖືທ່ານຜູ້ນຳ, ຜູ້ຊົງຄຸນວຸດທິ, ຍົກສູງສະຕິ ລະວັງຕົວ, ຕ້ານທຸກປະກົດການຫຍໍ້ທໍ້ເກີດຂຶ້ນໃນຖັນແຖວຊາວໜຸ່ມ-ໄວໜຸ່ມ.

ຜ່ານການກວດກາປະເມີນຜົນ, ການຈັດຕັ້ງປະຕິບັດຂໍ້ແຂ່ງ 4 ບຸກ ໃນຈຳນວນ 69 ໜ່ວຍ ພາຍໃນເມືອງຈັນທະບູລີ ເຊິ່ງມີສະມາຊິກຊາວໜຸ່ມ ຈໍານວນ 4.066 ສະຫາຍ ຍິງ 1.945 ສະຫາຍ ໄດ້ເຂົ້າຮ່ວມໃນສົກປີ 2016-2017 ຄົບຖ້ວນຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ວາງອອກ; ເຊິ່ງສາມາດຕີລາຄາຈັດແບ່ງປະເພດສະມາຊິກຊາວໜຸ່ມ 4 ບຸກ ໄດ້ປະເພດແຂງ 3.841 ສະຫາຍ ຍິງ 1.865 ສະຫາຍ, ປະເພດກາງ 184 ສະຫາຍ ຍິງ 64 ສະຫາຍ (ບໍ່ໄດ້ຈັດປະເພດ 41 ສະຫາຍ ຍິງ 16 ສະຫາຍ) ແລະ ຜົນການຕີລາຄາໃນແຕ່ລະດ້ານຄື: ບຸກທາງດ້ານແນວຄິດ 88,69%, ບຸກທາງດ້ານການຝຶກຝົນຫຼ່ໍຫຼອມຮໍ່າຮຽນ 88,18%, ບຸກດ້ານວຽກງານການຈັດຕັ້ງ 88,12% ແລະ ບຸກດ້ານວິຊາຊີບ, ສ້າງວຽກເຮັດງານທໍາ 89,33% ແລະ ໃນການກວດກາປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ຂັ້ນໜ່ວຍໃນທົ່ວເມືອງຈັນທະບູລີ ສາມາດຮັບຮອງເປັນໜ່ວຍຮາກຖານ 4 ບຸກປະຈຳ ສົກປີ 2016-2017 ໄດ້ 69 ໜ່ວຍ ເທົ່າກັບ 98,57% ແລະ ໄດ້ຈັດພິທິມອບ-ຮັບໃບຢັ້ງຢືນ 4 ບຸກ ໃຫ້ໜ່ວຍສຳເລັດ 69 ໜ່ວຍ ແລະ ໃບຍ້ອງຍໍ 3.841 ສະຫາຍ ຍິງ 1.865 ສະຫາຍ.