ວັນທີ 11 ພຶດສະພາ 2018, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ເຂົ້າຮ່ວມເປັນປະທານໂດຍ ພັທ ຄຳດອນ ຈັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ພ້ອມດ້ວຍບັນດາຫົວໜ້າຫ້ອງ, ຮອງຫ້ອງ ແລະ ພະນັກງານ-ນັກຮົບພາຍໃນກອງພັນ.

ໃນກອງປະຊຸມ, ພັຕ ສອນອຳໄພ ເນີນພູສືບ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາໃນທຸກຂົງເຂດວຽກງານໃນໄລຍະຜ່ານມາ, ຄະນະກອງພັນປ້ອງກັນເຄື່ອນທີ່ ໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢ່າງເປັນປະຈຳ, ດ້ານວຽກງານວິຊາສະເພາະ ແມ່ນໄດ້ເອົາໃຈໃສ່ໃນການແບ່ງວຽກງານ, ແບ່ງຄວາມຮັບຜິດຊອບໃນການກວດກາສາລະເວ, ປ້ອງກັນເວນຍາມກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ. ນອກນັ້ນ, ຍັງໄດ້ປ້ອງກັນສຳນັກງານ, ອົງການອ້ອມຂ້າງແຂວງລວມທັງໝົດ 365 ຄັ້ງ, ຈັດຕັ້ງອອກລາດຕະເວນຕາມເສັ້ນທາງ 108 ຄັ້ງ; ນອກນັ້ນ, ຍັງໄດ້ກ່າວເຕືອນຜູ້ລະເມີດກົດລະບຽບທາງການສັນຈອນ 10 ຄັ້ງ ແລະ ຍັງໄດ້ແບ່ງກໍາລັງປ້ອງກັນຈຸດເຂົ້າ-ອອກເທດສະບານແຂວງ 4 ຈຸດ 12 ສະຫາຍ ຕະຫຼອດ 24 ຊົ່ວໂມງ, ເຂົ້າຮ່ວມການແກ້ໄຂ້ຄະດີລັກຂຸດແຮ່ທາດ 4 ຄັ້ງ, ເຄື່ອນໄຫວປ້ອງກັນແຂກ, ທ່ານຜູ່ນຳໄປປະຕິບັດໜ້າທີ່ວຽກງານຕາມບັນດາເມືອງ, ແຂວງ ລວມທັງໝົດ 42 ຄັ້ງ.

ໃນຕອນທ້າຍກອງປະຊຸມ, ພັທ ຄຳດອນ ຈັນທະວົງ ໄດ້ໃຫ້ທິດຊີ້ນຳໃນຕໍ່ໜ້າ ໂດຍເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກອງພັນປ້ອງກັນເຄື່ອນທີ່ຈົ່ງມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ສືບຕໍ່ກວດກາສາລະເວຕາມຈຸດສຳຄັນຕ່າງໆ, ເອົາໃຈໃສ່ໃນລະບອບກຽມພ້ອມສູ້ຮົບການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ, ຮັບປະກັນໃນການປ້ອງກັນແຂກ, ການນຳຂັ້ນສູງທີ່ລົງມາເຮັດວຽກຢູ່ແຂວງໄຊສົມບູນ ໃຫ້ປອດໄພ 100%, ເຮັດໃຫ້ແຂວງໄຊສົມບູນ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ.