ຄະນະໂຄສະນາ-ອົບຮົມ ເມືອງຈັນທະບູລີ ໄດ້ຈັດພິທີປາຖະກະຖາ ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ-ຊຽງຂວາງ ຄົບຮອບ 59 ປີ (18 ພຶດສະພາ 1959-18 ພຶດສະພາ 2018) ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ຄົບຮອບ 58 ປີ (24 ພຶດສະພາ 1960-24 ພຶດສະພາ 2018) ໃນວັນທີ 16 ພຶດສະພາ 2018, ໃຫ້ບັນດາຄະນະນຳເມືອງຈັນທະບູລີ, ຄະນະກອງບັນຊາການ ປກຊ-ປກສ ແລະ ອົງການປົກຄອງບັນດາບ້ານອ້ອມຂ້າງເມືອງ ຮັບຮູ້ເຖິງມູນເຊື້ອແຫ່ງການກຳເນີດຂອງວັນສຳຄັນດັ່ງກ່າວ.

ທ່ານ ບົວສີ ຈະເລີນສຸກ ພະນັກງານປະຕິວັດອາວຸໂສບຳນານ ປາຖະກະຖາໃຫ້ຮູ້ເຖິງການກຳເນີດຂອງວັນສຳຄັນດັ່ງກ່າວວ່າ: ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ໄດ້ເລີ່ມຕົ້ນໃນເວລາ 19:30 ໂມງ ຂອງວັນທີ 18 ພຶດສະພາ 1959 ໂດຍແມ່ນຄະນະພັກ-ຄະນະບັນຊາການກອງພັນ ໄດ້ຮຽກຮ້ອງພະນັກງານສະມາຊິກພັກທັງໝົດໃນກອງພັນ ເພື່ອປະກາດລຶບຊື່ຮູບການຈັດຕັ້ງຂອງກອງທັບລາຊະອານາຈັກ ແລ້ວສ້າງຕັ້ງ ຄະນະບັນຊາໃໝ່ຂຶ້ນແທນ ໂດຍໄດ້ແຕ່ງຕັ້ງໃຫ້ ທ່ານ ຈໍານຽນ ບຸນລອດ ເປັນຫົວໜ້າກອງພັນ, ທ່ານ ທອງສະຫວັດ ໄຂຄຳພິທູນ ເປັນກຳມະການ-ການເມືອງ, ທ່ານ ສວຍ ບຸນຈະເລີນ ເປັນຮອງກອງພັນ, ທ່ານ ຫຼວຍແສນຄຳ ກົມມະດຳ ເປັນຮອງກຳມະການການເມືອງ ແລ້ວອອກຄຳສັ່ງໃຫ້ບັນດາກົມກອງເລີ່ມຕົ້ນປະຕິບັດແຜນການຖອນທັບໄປທາງທິດບ້ານໂຕນ ແລະ ໄດ້ຂະຫຍາຍຄຳສັ່ງຖອນກຳລັງຄັ້ງນັ້ນໃຫ້ທົ່ວເຖິງທຸກກອງຮ້ອຍຢ່າງວ່ອງໄວ ແລະ ປິດລັບທີ່ສຸດ; ຕົກມາຮອດຄໍ່າຄືນວັນດຽວກັນ ພາຍໃຕ້ການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງພ້ອມກັບຄອບຄົວພະນັກງານ-ນັກຮົບທັງໝົດໄດ້ນຳໃຊ້ຄວາມມືດຖອນທັບໄປທາງທິດບ້ານໂຕນ-ນາແຖງ-ໜອງເຕີ້ ແລ້ວເຂົ້າໄປຕາມທິດບ້ານມາຍ (ທິດຕາເວັນຕົກສຽງໃຕ້ປະມານ 15 ກິໂລແມັດ) ຢ່າງປິດລັບ; ມາຮອດ 7 ໂມງເຊົ້າຂອງມື້ຕໍ່ມາ ພວກສັດຕູເຂົ້າປົດອາວຸດກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ-ວ່າງເປົ່ານັບທັງເຮືອນຫ້ອງແຖວຄອບຄົວພະນັກງານທະຫານ ກໍບໍ່ມີຮອດເງົາຄົນ; ສ່ວນກອງພັນທີ 2 ພາຍຫຼັງທີ່ໄດ້ອອກຈາກທົ່ງໄຫຫີນ ແລ້ວກໍໄດ້ເຄື່ອນທັບໄປຕາມທົ່ງຫຍ້າປ່າອັນຕຶບໜາ ເພື່ອໃຫ້ຫວິດຈາກວົງປິດລ້ອມຂອງພວກສັດຕູ ໂດຍມີກອງຮ້ອຍທີ 3 ເຊິ່ງເປັນກອງຮ້ອຍເຂັ້ມແຂງອາດຫານນຳໜ້າ; ນັບເປັນເວລາຂອງການເຄື່ອນທັບ 10 ກວ່າວັນ, ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ ໃນຂະນະທີ່ເຄື່ອນທັບ, ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວ ໄດ້ຜ່າວົງປິດລ້ອມທີ່ແໜ້ນໜາຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ ໂດຍພາຍໃຕ້ການນຳພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ການສະໜັບສະໜູນຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍ-ນ້ອງ.

ວັນແຫກຄຸກໂພນເຄັງຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ແມ່ນການແຫກຄຸກອອກຈາກຄຸກໂພນເຄັງຂອງບັນດາທ່ານຜູ້ນໍາ, ເຊິ່ງວັນເວລາຜ່ານໄປເກືອບ 300 ວັນ ຜູ້ນໍາເຮົາທີ່ຢູ່ໃນຄຸກໄດ້ຂົນຂວາຍສາລະວັດທະຫານທີ່ເຂົ້າມາເວນຍາມໃນຄຸກໄດ້ຮັບໝາກຜົນເປັນຢ່າງດີ, ການວາງແຜນກະກຽມເສັ້ນທາງ, ກຽມຈິດ-ກຽມໃຈ, ກຽມເຄື່ອງໃຊ້ທີ່ຈໍາເປັນ ແລະ ອາວຸດ, ປອມຕົວເປັນສາລະວັດທະຫານຍ່າງອອກປະຕູຄຸກເບື້ອງທາງເລກທີ 13 ໃຕ້ ປະຕູໃຫຍ່ຂອງກະຊວງປ້ອງກັນປະເທດ ໃນປັດຈຸບັນ; ໃຊ້ເວລາເດີນທາງຫຼາຍວັນຫຼາຍຄືນ ແລະ ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນຈົນສາມາດເດີນທາງຮອດເຂດທີ່ໝັ້ນຢ່າງປອດໄພ.