ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ສຶກສາອົບຮົມນັກໂທດ, ຜູ້ຖືກຫາ ແລະ ດັດສ້າງ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ໃນວັນທີ 15 ພຶດສະພາ 2018, ເພື່ອເປັນສຶກສຶກສາອົບຮົມແນວຄິດຈິດໃຈທີ່ຫຼົງຜິດໃນໄລຍະຜ່ານມາ ຊ່ວຍໃຫ້ ເຂົາເຈົ້າມີກໍາລັງໃຈ ແລະ ຄວາມຫວັງທີ່ຈະສູ້ຕໍ່ໃນຊີວິດຄວາມເປັນຈິງ ແລະ ໃຫ້ຮູ້ສຶກກິນແໜງແຄງໃຈຕ່ໍການກະທໍາ ໃນໄລຍະຜ່ານມາ. ໂດຍມີນັກໂທດ, ຜູ້ຖືກຫາ ແລະ ດັດສ້າງຢູ່ພາຍໃນຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ເຂົ້າຮ່ວມ 500 ກວ່າຄົນ.
ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ໄດ້ຍົກເອົາບາງເນື້້ອໃນກົດໝາຍ ແລະ ແນວທາງນະໂຍບາຍຂອງພັກ-ລັດ ແລະ ກົດ ໝາຍ, ຊອກກົດລະບຽບຕ່າງໆເຜີຍແຜ່ໃຫ້ບັນດານັກໂທດ, ຜູ້ຖືກຫາ ແລະ ດັດສ້າງພາຍໃນຄ້າຍຄຸມຂັງ-ດັດສ້າງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງບັນດາເນື້ອໃນລະບຽບກົດໝາຍຕ່າງໆ. ນອກນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດານັກໂທດ, ຜູ້ ຖືກຫາ ແລະ ດັດສ້າງ ຈົ່ງເອົາໃຈໃສ່ປະຕິບັດໂທດ ແລະ ສ້າງວິຊາອາຊີບ, ດຸໝັ່ນອອກແຮງງານ, ສ້າງຜົນງານໃຫ້ ຫຼາຍໆ ເພື່ອຈະໄດ້ຮັບການອະໄພຍະໂທດຜ່ອນໂທດ ແລະ ປ່ອຍຕົວກ່ອນກຳນົດ. ເພື່ອພົ້ນໂທດອອກໄປແລ້ວກໍ ໃຫ້ກັບຕົວກັບໃຈເປັນພົນລະເມືອງດີຂອງສັງຄົມ, ເປັນພໍ່-ແມ່, ລູກທີ່ດີຂອງຄອບຄົວ.ກ່ອນໜ້ານີ້, ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ ຜົນຮ້າຍຂອງຢາເສບຕິດໃຫ້ນັກໂທດຜູ້ຖືກຫາ-ດັດສ້າງ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນໍ້າທາ ໂດຍຍົກໃຫ້ ເຫັນເຖິງຜົນຮ້າຍຂອງຢາເສບຕິດ ແລະ ບັນດາປະກົດການຫຍໍ້ທໍ້ທີເກີດຈາກຢາເສບຕິດ ເພື່ອປູກຈິດສຳນຶກໃຫ້ ບັນດານັກໂທດ, ຜູ້ຖືກຫາ-ດັດສ້າງ ໃຫ້ມີແນວຄິດຫ່າງໄກຈາກຢາເສບຕິດ.