ຄະນະນຳກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳເອົາຄອມພິວເຕີຕັ້ງໂຕະ 2 ຊຸດ, ເຄື່ອງເກັບໄຟສຳຮອງ 2 ຊຸດ, ເຄື່ອງປຼິ້ນເຕີ້ 2 ຊຸດ, ເຄື່ອງສຳຫຼວດວັດແທກຈຸດພິກັດ (GPS) 2 ຊຸດ, ກ້ອງຖ່າຍຮູບ 2 ໜ່ວຍ ລວມທັງເຄື່ອງໃຊ້ຫ້ອງການ ແລະ ເຄື່ອງລົງພາກສະໜາມຈຳນວນໜຶ່ງ ລວມມູນຄ່າທັງໝົດ 20 ລ້ານກວ່າກີບ ມາມອບໃຫ້ຂະແໜງ ແລະ ໜ່ວຍງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຂອງແຂວງໄຊຍະບູລີ ແລະ ເມືອງໄຊຍະບູລີ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນຕົ້ນແມ່ນການເກັບກຳຂໍ້ມູນ, ສະຖິຕິດິນນາ-ດິນກະສິກຳ ເພື່ອຂຶ້ນສຳມະໂນທີ່ດິນໃຫ້ແກ່ຊາວກະສິກອນພາຍໃນແຂວງມີຄວາມສະດວກວ່ອງໄວ ແລະ ເຊັດເຈນ.

ພິທີມອບ-ຮັບເຄື່ອງໄດ້ມີຂຶ້ນໃນວັນທີ 14 ພຶດສະພານີ້, ຕາງໜ້າກ່າວມອບໂດຍ ທ່ານ ຄຳພອນ ຣາຊາຈັກ ຫົວໜ້າກົມດັ່ງກ່າວ ແລະ ກ່າວຮັບໂດຍ ທ່ານ ຄຳຫຼ້າ ຜິວວັນນາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ໂດຍມີທ່ານ ບຸນເສັງ ວົງສະນິດ ຮອງເຈົ້າເມືອງໆໄຊຍະບູລີ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ຕອນບ່າຍວັນດຽວກັນ, ທ່ານ ຄຳພອນ ຣາຊາຈັກ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປມອບເຄື່ອງເຜົາແກບ 2 ເຄື່ອງ, ເຄື່ອງບົດຝຸ່ນ 1 ເຄື່ອງ, ເຄື່ອງປະສົມຝຸ່ນ 1 ເຄື່ອງ, ສັງກະສີ 30 ແຜ່ນ, ດິນບ໋ອກ 150 ກ້ອນ ແລະ ປູນຊີມັງ 6 ເປົາ, ແນວພັນເຂົ້າ 150 ກິໂລກຼາມ ລວມມູນ 20 ລ້ານກວ່າກີບ ໃຫ້ກຸ່ມຊາວນາຕົວແບບຂອງບ້ານນາຫຼາ ເມືອງ ແລະ ແຂວງໄຊຍະບູລີ ເພື່ອເປັນການສົ່ງເສີມຊາວກະສິກອນໃຫ້ຜະລິດຝຸ່ນດ້ວຍຕົນເອງ ເພື່ອມາປັບປຸງດິນນາເຮັດໃຫ້ຜົນຜະລິດເຂົ້າເພີ່ມຂຶ້ນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ.