ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມ ກອງພັນທີ 2 ວິລະຊົນ ຄົບຮອບ 59 ປີ ( 18 ພຶດສະພາ 1959-18 ພຶດສະພາ 2018 ), ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 58 ປີ ( 24 ພຶດສະພາ 1960-24 ພຶດສະພາ 2018) ໃນທ້າຍອາທິດຜ່ານມາ; ຄະນະພັກ-ຄະນະນໍາກະຊວງ, ພະນັກງານ-ລັດຖະກອນ ທີ່ເຂົ້າຮ່ວມໄດ້ຮັບຮູ້ເຖິງມູນເຊື້ອພິລະອາດຫານຂອງບັນດາທ່ານຜູ້ນຳໃນວັນສຳຄັນດັ່ງກ່າວ.

ພົຈວ ອ່ອນຈັນ ເພັດຊະລາດ ອະດີດຫົວໜ້າໄອຍະການທະຫານຂັ້ນສູງ ກະຊວງປ້ອງກັນປະເທດ ປາຖະກະຖາໃຫ້ຮູ້ວ່າ: ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ວ່າ ວັນທີ 18 ພຶດສະພາ 1959 ໂດຍແມ່ນຄະນະພັກ-ຄະນະບັນຊາການກອງພັນ ໄດ້ຮຽກຮ້ອງພະນັກງານສະມາຊິກພັກທັງໝົດໃນກອງພັນ ເພື່ອປະກາດລຶບຊື່ຮູບການຈັດຕັ້ງຂອງກອງທັບລາຊະອານາຈັກ ແລ້ວສ້າງຕັ້ງຄະນະບັນຊາໃໝ່ຂຶ້ນແທນ ໂດຍໄດ້ແຕ່ງຕັ້ງໃຫ້ ທ່ານ ຈໍານຽນ ບຸນລອດ ເປັນຫົວໜ້າກອງພັນ, ທ່ານ ທອງສະຫວັດ ໄຂຄຳພິທູນ ເປັນກຳມະການ-ການເມືອງ, ທ່ານ ສວຍບຸນ ຈະເລີນ ເປັນຮອງກອງພັນ, ທ່ານ ຫຼວຍແສນຄຳ ກົມມະດຳ ເປັນຮອງກຳມະການ-ການເມືອງ ແລ້ວອອກຄຳສັ່ງໃຫ້ບັນດາກົມກອງ ເລີ່ມຕົ້ນປະຕິບັດແຜນການຖອນທັບໄປທາງທິດບ້ານໂຕນ ແລະ ໄດ້ຂະຫຍາຍຄຳສັ່ງຖອນກຳລັງຄັ້ງນັ້ນໃຫ້ທົ່ວເຖິງທຸກກອງຮ້ອຍຢ່າງວ່ອງໄວ ແລະ ປິດລັບທີ່ສຸດ; ຕົກມາຮອດຄໍ່າຄືນວັນດຽວກັນ ພາຍໃຕ້ການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງ ພ້ອມກັບຄອບຄົວພະນັກງານ-ນັກຮົບທັງໝົດ ໄດ້ນຳໃຊ້ຄວາມມືດຖອນທັບໄປທາງທິດບ້ານໂຕນ-ນາແຖງ-ໜອງເຕີ້ ແລ້ວເຂົ້າໄປຕາມທິດບ້ານມາຍ ( ທິດຕາເວັນຕົກສຽງໃຕ້ ປະມານ 15 ກິໂລແມັດ) ຢ່າງປິດລັບ; ມາຮອດ 7 ໂມງເຊົ້າຂອງມື້ຕໍ່ມາ ພວກສັດຕູເຂົ້າປົດອາວຸດກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ-ວ່າງເປົ່ານັບທັງເຮືອນຫ້ອງແຖວຄອບຄົວພະນັກງານທະຫານກໍບໍ່ມີຮອດເງົາຄົນ; ສ່ວນກອງພັນທີ 2 ພາຍຫຼັງທີ່ໄດ້ອອກຈາກທົ່ງໄຫຫີນແລ້ວກໍໄດ້ເຄື່ອນທັບໄປຕາມທົ່ງຫຍ້າປ່າອັນຕຶບໜາ ເພື່ອໃຫ້ຫວິດຈາກວົງປິດລ້ອມຂອງພວກສັດຕູ ໂດຍມີກອງຮ້ອຍທີ 3 ເຊິ່ງເປັນກອງຮ້ອຍເຂັ້ມແຂງອາດຫານນຳໜ້າ; ນັບເປັນເວລາຂອງການເຄື່ອນທັບ 10 ກວ່າວັນ, ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ ໃນຂະນະທີ່ເຄື່ອນທັບ, ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວ ໄດ້ຜ່າວົງປິດລ້ອມທີ່ແໜ້ນໜາຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພໂດຍພາຍໃຕ້ການນຳພາອັນຖືກຕ້ອງ ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ການສະໜັບສະໜູນຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍ-ນ້ອງ.

ວັນແຫກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ແມ່ນການແຫກຄຸກອອກຈາກຄຸກໂພນເຄັງ ຂອງບັນດາທ່ານຜູ້ນໍາ, ເຊິ່ງວັນເວລາຜ່ານໄປເກືອບ 300 ວັນ ຜູ້ນໍາເຮົາທີ່ຢູ່ໃນຄຸກ ໄດ້ຂົນຂວາຍສາລະວັດທະຫານທີ່ເຂົ້າມາເວນຍາມໃນຄຸກ ໄດ້ຮັບໝາກຜົນເປັນຢ່າງດີ ການວາງແຜນກະກຽມເສັ້ນທາງ, ກຽມຈິດກຽມໃຈ, ກຽມເຄື່ອງໃຊ້ທີ່ຈໍາເປັນ ແລະ ອາວຸດ, ປອມຕົວເປັນສາລະວັດທະຫານຍ່າງອອກປະຕູຄຸກເບື້ອງທາງເລກທີ 13 ໃຕ້ ປະຕູໃຫຍ່ຂອງກະຊວງປ້ອງກັນປະເທດໃນປັດຈຸບັນ; ໃຊ້ເວລາເດີນທາງຫຼາຍວັນຫຼາຍຄືນ ແລະ ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນ ຈົນສາມາດເດີນທາງຮອດເຂດທີ່ໝັ້ນຢ່າງປອດໄພ.